ວັນທີ 21 ພະຈິກ 2023 ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພົນຕີ ຈາງຜິງ ຈຸ້ນ ຫົວຫນ້າການເມືອງກອງຮັບປະກັນພະລາທິການເມືອງກຸ້ຍລີນກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຂອງ ພົນຕີ ຈາງ ຜິງ ຈຸ້ນ ພ້ອມຄະນະ ເຊິ່ງເປັນການປະກອບສ່ວນນຳຜົນປະໂຫຍດສູງສຸດໃຫ້ແກ່ວຽກງານຂອງສອງກອງທັບ ລາວ-ຈີນ ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີທີ່ມີມູນເຊື້ອອັນດີງາມເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ໝັ້ນຄົງທະນົງແກ່ນ. ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົບປະລະຫວ່າງ ຄະນະຜູ້ແທນ ກອງທັບປົດປ່ອຍປະຊາຊົນຈີນ ແລະ ກອງທັບປະຊາຊົນລາວ ໃນຄັ້ງນີ້ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ສອງພັກ-ສອງລັດ ກໍຄື ສອງກະຊວງປ້ອງກັນປະເທດ ໄດ້ຮັບໝາກຜົນດີຍິ່ງໆຂຶ້ນ.
ໂອກາດດຽວກັນ, ພົນຕີ ຈາງ ຜິງ ຈຸ້ນ ໄດ້ລາຍງານຜົນການພົບປະພົວພັນຮ່ວມມືລະຫວ່າງສອງຝ່າຍ ໃນຂົງເຂດວຽກງານໂຄສະນາອົບຮົມ ເພື່ອພ້ອມກັນປົກປັກຮັກສາເສີມຂະຫາຍສາຍພົວພັນ ຮ່ວມມືລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມືພາຍໃນພາກພື້ນ ແລະ ສາກົນ.