ວັນທີ 22 ພະຈິກ 2023 ກອງປະຊຸມຄົບຄະນະເປີດກວ້າງ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ (ຄຊກມດ) ປະຈຳປີ 2023 ໃນຮູບແບບເຊິ່ງໜ້າ ແລະ ແບບທາງໄກ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານ ຄຊກມດ, ມີທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈຳການ ຄຊກມດ ບັນດາປະທານ ຄຊກມດ ຂັ້ນກະຊວງ ອົງການ ແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການນຳສະເໜີໂດຍຫຍໍ້ວຽກງານພົ້ນເດັ່ນທີ່ສາມາດຈັດຕັ້ງປະຕິບັດໄດ້ເຄິ່ງກາງສະໄໝຜ່ານມາ (2021-2023) ແລະ ທິດທາງແຜນ ທ້າຍສະໄໝ (2023-2025) ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຄຊກມດ ປະຈຳ ປີ 2023 ແລະ ທິດທາງແຜນວຽກຈຸດສຸມສໍາລັບປີ 2024 ຂອງ ຄຊກມດ ສະຫຼຸບການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ ແຜນດຳເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງເດັກປີ 2023 ແລະ ແຜນການ ປີ 2024.
ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ໄລຍະ 2 ປີ ກວ່າຜ່ານມາ ຄຊກມດ ຂັ້ນກະຊວງ ອົງການ ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ໃນຂອບເຂດຕົນຮັບຜິດຊອບ ເຮັດໃຫ້ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານທີ່ໜ້າເພິ່ງພໍໃຈ ແລະ ມີສິ່ງທີ່ພົ້ນເດັ່ນເປັນຕົ້ນ ໄດ້ສຳເລັດການປັບປຸງນິຕິກຳກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຊກມດ ຄກມດ ຂັ້ນຂະແໜງການ ແລະ ທ້ອງຖິ່ນ ຂອງຫ້ອງການ ຄຊກມດ ປັບປຸງດ້ານກົງຈັກ ແລະ ບຸກຄະລາກອນ ແຕ່ລະຂັ້ນ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງວຽກງານ ຕໍ່ການປະຕິບັດພັນທະສາກົນ ທີ່ ສປປ ລາວ ເປັນພາຄີ ພວກເຮົາສຳເລັດການຂຽນບົດລາຍງານແຫ່ງຊາດປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການ ລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງຢູ່ ສປປ ລາວ ແລະ ສົ່ງໃຫ້ຄະນະກຳມະການຊີດໍທັນຕາມກຳນົດເວລາ ສຳລັບບົດລາຍງານແຫ່ງຊາດ ປະຈຳໄລຍະທີ 7 ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ກໍພວມຢູ່ໃນຂັ້ນຕອນການປັບປຸງຕາມຄຳເຫັນຂອງລັດຖະບານ ເພື່ອສົ່ງໃຫ້ຄະນະກຳມະການວ່າດ້ວຍສິດທິເດັກໃນທ້າຍປີ 2023 ນອກນີ້ໄດ້ສຳເລັດການເຮັດບົດສຶກສາຄວາມທຸກຍາກຂອງເດັກທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ ບົດສຶກສາການແຕ່ງດອງຂອງເດັກ ແລະ ການຖືພາຂອງໄວໜູ່ມໃນ ສປປ ລາວ ສຳເລັດການສ້າງບັນດາຄູ່ມືມາດຕະຖານໃນການປະສານງານ ການຄຸ້ມຄອງປະສານງານການຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກຈາກຄວາມຮຸນແຮງ ແລະ ວຽກພົ້ນເດັນອື່ນໆທີ່ໄດ້ຈັດຕັ້ງສຳເລັດ.
