ສສ ຫວຽດນາມ ສາມາດດຶງດູດການລົງທຶນ ຈາກຕ່າງປະເທດເພີ່ມຂຶ້ນ

ວິທະຍຸ ສາກົນ ຫວຽດນາມ ລາຍງານຂ່າວວັນທີ 22 ພະຈິກ 2023 ທະນາຄານໂລກ (WB) ປະຈຳ ຫວຽດນາມ ເປີດເຜີຍວ່າ: ສສ ຫວຽດນາມ ສາມາດ ດຶງດູດ ການລົງທຶນ ຈາກຕ່າງປະເທດ (FDI) ໃນ 10 ເດືອນຜ່ານມາ ບັນລຸ 25,7 ຕື້ໂດລາ ສະຫະລັດ ເພີ່ມຂຶ້ນ ສູງກວ່າ 14,7% ເມື່ອທຽບໃສ່ ປີຕໍ່ປີ ຍ້ອນຄວາມ ໄວ້ເນື້ອເຊື່ອໃຈ ຂອງບັນດາ ນັກລົງທຶນ ຈາກຕ່າງປະເທດ ທີ່ມີຕໍ່ ຄວາມສະຖຽນ ລະພາບ ແລະ ການເປີດ ປະຕູຮັບການລົງທຶນຂອງ ສສ ຫວຽດນາມ, ທຶນ FDI ປະຕິບັດການບວກເຂົ້າກັນ ບັນລຸ 18 ຕື້ໂດລາ ສະຫະລັດ ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ ປີຕໍ່ປີ.

ຂະນະທີ່ ການຜະລິດ ອຸດສາຫະກຳ ສືບຕໍ່ແມ່ນດຶງດູດ FDI ຕົ້ນຕໍເຂົ້າ ຫວຽດນາມ ແລະ ຂົງເຂດນີ້ ສືບຕໍ່ໄດ້ຮັບ ການປັບປຸງ, ດັດຊະນີ ຜະລິດ ອຸດສາຫະກຳ (IIP) ໃນແຕ່ລະເດືອນ ເລີ່ມເຕີບໂຕ ເປັນບວກ ນັບແຕ່ ເດືອນເມສາ ເປັນຕົ້ນມາ. ສ່ວນລະດັບ ການເຕີບໂຕ ຂອງການຂາຍ ຍ່ອຍເດືອນ ຕຸລາ ເພີ່ມຂຶ້ນ 0,01% ເມື່ອທຽບໃສ່ເດືອນ ກັນຍາ.

ການສົ່ງອອກ – ນຳເຂົ້າສິນຄ້າ ຂອງເດືອນ ຕຸລາ ສືບຕໍ່ຟື້ນຟູ ເພື່ອແນໃສ່ ຕອບສະໜອງ ຄວາມຕ້ອງການ ພາຍນອກ, ທຽບກັບ ການເພີ່ມຂຶ້ນ ແມ່ນ 1,6% ໃນເດືອນ ກັນຍາຜ່ານມາ.