ວັນທີ 23 ພະຈິກ 2023 ແຂວງໄຊຍະບູລີ ແລະ ສະຖາບັນວິທະຍາສາດ ເສດຖະກິດ-ສັງຄົມ ແຫ່ງຊາດ (ສວສສຊ) ແລກປ່ຽນວຽກງານ ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຢູ່ທີ່ຫ້ອງວ່າການແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ທ່ານ ກິແກ້ວ ຈັນທະບູລີ ຮອງປະທານ ສວສສຊ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພະແນກການ ແລະ ກົມກອງອ້ອມຂ້າງ ແຂວງໄຊຍະບູລີ ເຂົ້າຮ່ວມ.
ທ່ານ ກິແກ້ວ ຈັນທະບູລີ ໄດ້ກ່າວວ່າ: ການພົບປະແລກປ່ຽນບົດຮຽນ ວຽກງານການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາ ເສດຖະກິດ-ສັງຄົມ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ຮ່ວມກັບບັນດາແຂວງໃນຂອບເຂດທົ່ວປະເທດ ໃນໄລຍະຜ່ານມາ ທາງສະຖາບັນດັ່ງກ່າວ ໄດ້ຈັດກອງປະຊຸມແລກປ່ຽນ ກັບບັນດາແຂວງພາກໃຕ້ມາແລ້ວ ເປັນຕົ້ນ ແຂວງສະຫວັນນະເຂດ, ຄຳມ່ວນ ສຳລັບທາງພາກເໜືອ ແມ່ນກຳນົດເອົາແຂວງ ໄຊຍະບູລີ ແລະ ແຂວງຫລວງພະບາງ. ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການເຜີຍແຜ່ທີ່ຕັ້ງ, ພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກງານ ໃນການຄົ້ນຄວ້າວິທະຍາສາດ ຂອງ ສວສສຊ ໃນໄລຍະທີ່ຜ່ານມາໂດຍຫຍໍ້, ເຊິ່ງເຮັດໜ້າທີ່ເປັນໃຈກາງລົງເລິກຄົ້ນຄວ້າບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ເພື່ອລາຍງານຕໍ່ລັດຖະບານເປັນແຕ່ລະເດືອນ. ສະນັ້ນ, ກອງປະຊຸມຄັ້ງນີ້, ໄດ້ເປັນເວທີໜຶ່ງເພື່ອປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນ ຕໍ່ກັບບັນຫາຄວາມຍຸ້ງຍາກຂອງເສດຖະກິດ ຂອງ ສປປ ລາວ ໃນປັດຈຸບັນ ເພື່ອຊອກຫາວິທີແກ້ໄຂ ແລະ ນຳສະເໜີຕໍ່ຂັ້ນເທິງ ເພື່ອພິຈາລະນາ.
ຜູ້ເຂົ້າຮ່ວມ ຍັງໄດ້ສົນທະນາແລກປ່ຽນວຽກງານ ຂອງ ສວສສຊ ໃນ 2 ຫົວຂໍ້ຄື: ຜົນກະທົບຈາກຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຄວາມທ້າທາຍໃນການແກ້ໄຂສະຖຽນລະພາບ ທາງດ້ານເສດຖະກິດ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.