ກະຊວງການຕ່າງປະເທດ ລາວ-ຫວຽດນາມ ປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 10

ຕອບສະໜອງຕາມຄຳເຊີນຂອງ ທ່ານ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງ ປະເທດ ສສ ຫວຽດນາມ, ວັນທີ 22-23 ພະຈິກ 2023ນີ້,ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ນໍາພາຄະນະ ຜູ້ແທນລາວເດີນທາງຢ້ຽມຢາມ ສສ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການ ເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 10 ລະຫວ່າງ ກະຊວງ ການຕ່າງປະເທດ ລາວ-ຫວຽດນາມ.

ກອງປະຊຸມ ໄດ້ຈັດຂຶ້ນ ວັນທີ 22 ພະຈິກ 2023, ທີ່ນະຄອນຫລວງຮ່າໂນ້ຍ, ເພື່ອຮ່ວມກັນຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືໃນໄລຍະຜ່ານມາ, ແລກປ່ຽນຄໍາຄິດຄໍາເຫັນກົງໄປກົງມາ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ແລະ ບັນຫາອື່ນໆທີ່ສອງຝ່າຍໃຫ້ຄວາມສົນໃຈ, ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ, ຍົກສູງກົນໄກການຮ່ວມມືລະຫວ່າງສອງກະຊວງ ໃນການເປັນເສນາທິການວຽກງານການຕ່າງປະເທດ, ການຕິດຕາມ ແລະ ຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສອງປະເທດໃນການຜັນຂະຫຍາຍທິດຊີ້ນໍາ ແລະ ຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ເພື່ອເຮັດໃຫ້ການພົວພັນຮ່ວມມືນັບມື້ນັບມີປະສິດທິພາບ, ປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຫວຽດນາມ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ, ໂດຍສະເພາະຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງກະຊວງ, ເຊິ່ງສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງຝ່າຍ ຢ່າງເປັນປົກກະຕິ ແລະການຮ່ວມມືສືບຕໍ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເຂົ້າສູ່ລວງເລິກ ແລະ ລວງກວ້າງ ໃນທຸກຂົງເຂດວຽກງານ ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກັນໃນການກະກຽມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ເຊິ່ງຝ່າຍຫວຽດນາມຢືນຢັນຄວາມໝາຍໝັ້ນທີ່ຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອຢ່າງເຕັມເມັດເຕັມໜ່ວຍເພື່ອຮັບປະກັນຜົນສຳເລັດອັນຈົບງາມ.