ADB ອະນຸມັດສິນເຊື່ອໃຫ້ອິນເດຍ ເພື່ອປັບປຸງການທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານ ວັນທີ 19 ພະຈິກ 2023, ທະນາຄານເພື່ອການພັດທະນາອາຊີ (ADB) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ADB ອະນຸມັດສິນເຊື່ອ 100 ລ້ານໂດລາ ເພື່ອປັບປຸງສິ່ງອຳນວຍຄວາມສະດວກທາງການບໍລິການ ແລະ ການທ່ອງທ່ຽວໃນເຂດເມືອງຂອງລັດຕຣິປຸຣະ ທາງຕາເວັນອອກສ່ຽງເໜືອຂອງອິນເດຍ.

ບົດລາຍງານລະບຸວ່າ: ສິນເຊື່ອດັ່ງກ່າວຈະເພີ່ມລະດັບລະບົບນ້ຳປະປາ ແລະ ພື້ນຖານໂຄງລ່າງຖະໜົນຫົນທາງໃນເຂດເມືອງຂອງລັດຕຣິປຸຣະ. ຂະນະດຽວກັນ, ແຫຼ່ງທ່ອງທ່ຽວໃນລັດຕຣິປຸຣະ ຈະໄດ້ຮັບການປັບປຸງສິ່ງອຳນວຍຄວາມສະດວກ, ຫ້ອງພັກ ແລະ ທັດສະນີຍະພາບ ລວມເຖິງການຈັດຕັ້ງພິພິທະພັນດີຈີຕອນ ແລະ ສວນສະໜຸກແຫ່ງໃໝ່.

ADB ກ່າວວ່າ: ແຜນທຸລະກິດການທ່ອງທ່ຽວໄລຍະ 10 ປີ ຊຶ່ງເນັ້ນສົ່ງເສີມ ແລະ ດຶງດູດພາກທຸລະກິດເອກະຊົນຈະໄດ້ຮັບການພັດທະນາເພີ່ມເຕີມ ສ່ວນນະໂຍບາຍການທ່ອງທ່ຽວຂອງລັດຕຣິປຸຣະ ຈະໄດ້ຮັບການປັບປຸງໃຫ້ທັນສະໄໝດ້ວຍ.