ປກສ ນວ ກຽມພ້ອມຕະຫລອດ 24 ຊົ່ວໂມງ ເພື່ອສະກັດກັ້ນອັກຄີໄພ ໄລຍະບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2023

ໄລຍະງານບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2023, ແຕ່ວັນທີ 23-27 ພະຈິກນີ້, ເຈົ້າໜ້າທີ່ຕຳຫລວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ ໄດ້ຈັດວາງກຳລັງ ປະຈຳການຕະຫລອດ 24 ຊົ່ວໂມງ ຢູ່ 3 ຈຸດຄື: ປະຈຳການຢູ່ພະແນກ; ປະຈຳຢູ່ສູນການຄ້າລາວ-ໄອເຕັກ ແລະ.ປະຈຳຢູ່ເດິ່ນພະທາດຫລວງ ກຽມຄວາມພ້ອມໃນການສະກັດກັ້ນອັກຄີໄພ ໄລຍະບຸນນະມັດສະການພະທາດຫລວງ ແລະ ໄດ້ ສົມທົບກັບໜ່ວຍມອດໄຟແຕ່ລະເມືອງ ແລະ ໜ່ວຍກູ້ໄພມູນນິທິຈີນ 1628 ເພື່ອເພີ່ມທະວີກຽມພ້ອມທາງດ້ານພາຫະນະ ແລະ ກໍາລັງ ໃນແຕ່ລະມື້, ອອກປະຕິບັດໜ້າທີ່ໃຫ້ທັນການ ຫາກມີອັກຄີໄພເກີດຂຶ້ນ ຫລື ວຽກທາງການທີ່ຮີບດ່ວນ, ຮັບໃຊ້ສັງຄົມໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນການ ຫລຸດຜ່ອນຄວາມເສຍຫາຍທີ່ເກີດຂຶ້ນຈາກອັກຄີໄພ.
ພັນໂທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫລວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ ໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມຈົ່ງເອົາໃຈໃສ່ເຮັດວຽກງານປ້ອງກັນອັກຄີໄພໃນໄລຍະງານບຸນນະມັດສະການພະທາດຫລວງ ໃຫ້ມີຄວາມປອດໄພ ແລະ ເພີ່ມທະວີປ້ອງກັນ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫລວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2023 ໃຫ້ເຂັ້ມງວດ; ຖ້າຫາກເກີດອັກຄີໄພ ທຸກທ່ານສາມາດແຈ້ງໄປທີ່ໝາຍເລກໂທລະສັບ 1190 ຫລື 021 212707 ແລະ 021 212708 ຕະຫລອດ 24 ຊົ່ວໂມງ.

