ສປປ ລາວ ເປີດເວັບໄຊສຳລັບການເປັນປະທານອາຊຽນ 2024

ວັນທີ 17 ພະຈິກ 2023, ກະຊວງການຕ່າງປະເທດໄດ້ຈັດພິທີເປີດການນໍາໃຊ້ເວັບໄຊສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ມີຊື່ວ່າ: https://laoschairmanship2024.gov.la/ ນໍາໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ພ້ອມດ້ວຍບັນດາລັດຖະມົນຕີ, ປະທານຄະນະກໍາມະທິການສະພາແຫ່ງຊາດ ພ້ອມ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພາຍຫລັງພິທີເປີດເວັບໄຊ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ເປັນປະທານກອງປະຊຸມ 14 ອະນຸກໍາມະການ ໃນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ກອງປະຊຸມຄັ້ງນີ້ ເຊິ່ງໄດ້ພ້ອມກັນທົບທວນຄືນການກະກຽມໜ້າວຽກຮີບດ່ວນ ເຊັ່ນ: ການກຳນົດບູລິມະສິດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ; ສະຖານທີ່ປະຊຸມ ແລະສະຖານທີ່ພັກເຊົາ; ພາຫະນະຂົນສົ່ງ ແລະ ພາຫະນະສຳລັບບັນດາປະມຸກລັດ/ຫົວໜ້າລັດຖະບານ, ລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ, ຄະນະຜູ້ແທນ ແລະ ນັກຂ່າວຕ່າງປະເທດ; ການປັບປຸງຖະໜົນຫົນທາງ ແລະສະຫນາມບິນ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄວາມເປັນລະບຽບດ້ານຈະລາຈອນ; ລະບົບການສື່ສານ ແລະ ອິນເຕີເນັດ; ລວມທັງບຸກຄະລາກອນ; ແຜນງົບປະມານ; ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ.
ຜ່ານການປຶກສາຫາລື ເຫັນວ່າ ການກະກຽມວຽກງານຕ່າງໆ ມີຄວາມຄືບຫນ້າດີ ທີ່ຈະດໍາເນີນການເປັນປະທານອາຊຽນ ເຊິ່ງຈະເລີ່ມຂຶ້ນຢ່າງເປັນທາງການ ໃນວັນທີ 1 ມັງກອນ 2024 ນີ້ ໂດຍສະເພາະການເປັນເຈົ້າພາບ ແລະປະທານບັນດາກອງປະຊຸມ ລະດັບລັດຖະມົນຕີທີ່ສໍາຄັນໃນໄລຍະປີ 2024 ແລະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ກໍຄືກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງທີ່ຈະຈັດຂື້ນໃນເດືອນ ຕຸລາ 2024.

