ເຫັນດີກໍານົດເອົາວັນຈັນ ທີ 4 ທັນວາ 2023 ເປັນວັນພັກຊົດເຊີຍວັນຊາດ ທີ 2 ທັນວາ 2023

ວັນທີ 17 ພະຈິກ 2023, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 2244/ຫສນຍ ກ່ຽວກັບທິດຊີ້ນໍາວັນພັກຊົດເຊີຍວັນຊາດ ທີ 2 ທັນວາ 2023 ແລະ ການຈັດຕັ້ງສະເຫລີມສະຫລອງວັນຊາດ ຄົບຮອບ 48 ປີ (ວັນທີ 2 ທັນວາ 1975-2 ທັນວາ 2023) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023) ດັ່ງນີ້:

  1. ເຫັນດີ ກໍານົດເອົາວັນຈັນ ທີ 4 ທັນວາ 2023 ເປັນວັນພັກຊົດເຊີຍວັນຊາດ ທີ 2 ທັນວາ 2023 ທົດແທນ ວັນເສົາ ທີ 2 ທັນວາ 2023 ເຊິ່ງເປັນວັນພັກລັດຖະການ.
  2. ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ກະກຽມ ແລະ ຈັດຕັ້ງພິທີສະເຫລີມສະຫລອງ ເນື່ອງໃນໂອກາດວັນຊາດ ຄົບຮອບ 48 ປີ (ວັນທີ 2 ທັນວາ 1975-2 ທັນວາ 2023) ຕິດພັນວັນສໍາຄັນ ແລະ ເຫດການສໍາຄັນ ເປັນຕົ້ນ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ (ວັນທີ 13 ທັນວາ 1920-13 ທັນວາ 2023), ວັນຄ້າຍວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (ວັນທີ 8 ກຸມພາ 1924-8 ກຸມພາ 2024), ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (ວັນທີ 20 ມັງກອນ 1949-20ມັງກອນ 2024), ປີທ່ອງທ່ຽວລາວ 2024 ແລະ ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ປີ 2024 ໂດຍຈັດຕັ້ງກິດຈະກໍາຕ່າງໆ ໃຫ້ມີບັນຍາກາດ, ມີເນື້ອໃນ, ຫຼຸດຜ່ອນຮູບການ ບົນຈິດໃຈປະຢັດມັດທະຍັດ ເປັນຕົ້ນ: 1. ຈັດປາຖະກາຖາ ວັນສໍາຄັນດັ່ງກ່າວ; 2. ຈັດຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບ ການສະຫລຸບວຽກງານ ປະຈໍາປີ 2023 ຂອງຂະແໜງການ ແລະ ທ້ອງຖິ່ນ; 3. ແຂ່ງຂັນວິຊາສະເພາະ; 4. ຢ້ຽມຢາມພະນັກງານປະຕິວັດອາວຸໂສບໍານານ; 5. ຢ້ຽມຢາມທະຫານ, ຕໍາຫຼວດ; 6. ຢ້ຽມຢາມຄົນເຈັບຢູ່ໂຮງໝໍ; 7. ຊຸກຍູ້ການຜະລິດພາຍໃນໃຫ້ແຂງແຮງ ຕິດພັນການສົ່ງເສີມຜະລິດຕະພັນຂອງລາວ ແລະ ປີ ທ່ອງທ່ຽວລາວ; 8. ອອກແຮງງານ; 9. ປະດັບປະດາສະຖານທີ່ສໍານັກງານ, ອົງການຂອງຕົນ ໃຫ້ມີຄວາມຈົບງາມ, ເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມສະຫງົບປອດໄພ.
  3. ສໍາລັບການຈັດພິທີວາງພວງມາລາ ຢູ່ຂັ້ນສູນກາງ ແມ່ນໃຫ້ຈັດຢູ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າ ດອກໄມ້ ຕໍ່ໜ້າອານຸສອນສະຖານຮູບປັ້ນປະທານ ໄກສອນ ພົມວິຫານ ໂດຍໃຫ້ຈັດເປັນຄະນະດຽວ (ຈັດເປັນກ້ອນດຽວ), ສ່ວນອົງການປົກຄອງທ້ອງຖິ່ນ ແມ່ນຈັດຢູ່ສະຖານທີ່ພາຍໃນແຂວງຕົນ ທີ່ປະກອບດ້ວຍຄະນະບໍລິຫານງານພັກແຂວງ ແລະ ວັນ, ເວລາ ໃນການຈັດພິທີດັ່ງກ່າວ ແມ່ນຕາມຄວາມສະດວກ ແລະ ເຫມາະສົມຂອງແຂວງຕົນ.