ວັນທີ 17 ພະຈິກ 2023 ຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍເຂດເລືອກຕັ້ງ ໄດ້ມີຄວາມສົນໃຈ ແລະ ສືບຕໍ່ປະກອບຄໍາເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍເຂດເສດຖະກິດພິເສດ ຢ່າງກົງໄປກົງມາ ເປັນຕົ້ນ ແມ່ນມາດຕາ 2 ຫລັກການ, ການຮັບຮອງຈຸດທີ່ຕັ້ງ, ການສະເໜີພັດທະນາ, ສິດຂອງຜູ້ພັດທະນາ ແລະ ພັນທະ ຂອງຜູ້ພັດທະນາເຂດເສດຖະກິດພິເສດ. ຮ່າງກົດໝາຍສະບັບນີ, ໄດ້ຮັບການສະໜີຕໍ່ທີ່ປະຊຸມ ສະພາ ໃນວັນທີ 16 ພະຈິກ 2023 ໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຊິ່ງປະກອບມີ XII ພາກ, 16 ໝວດ ແລະ 90 ມາດຕາ.
ທ່ານ ຈອມສີ ລັດຕະນະປັນ ສສຊ ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ມີຄຳເຫັນວ່າ: ຮ່າງກົດໝົດເຂດເສດຖະກິດພິເສດສະບັບນີ້ ເຫັນວ່າເນື້ອໃນແມ່ນເນັ້ນໜັກກ່ຽວກັບ ການກຳນົດນະໂຍບາຍ ເພື່ອດຶງດູດນັກລົງທຶນເຂົ້າມາພັດທະນາ ຢູ່ເຂດເສດຖະກິດເປັນສ່ວນໃຫຍ່. ແຕ່ເຫັນວ່າຍັງບໍ່ທັນໄດ້ລົງເລິກໃສ່ການຄຸ້ມຄອງ, ການປົກຄອງ ແລະ ການບໍລິຫານ ຫລາຍປານໃດ. ສະນັ້ນ, ຄວນ ເພີ່ມເນື້ອໃນຈາກກົດໝາຍ ວ່າດ້ວຍເຂດເສດຖະກິດພິເສດ ມາເປັນ ກົດໝາຍວ່າການຄຸ້ມຄອງ ເຂດເສດຖະກິດພິເສດ. ທັງນີ້, ໄລຍະຜ່ານມາເຫັນວ່າ ສປປ ລາວ ໄດ້ດຶງດູດເອົານັກລົງທຶນຈາກຕ່າງປະເທດ ເຂົ້າມາພັດທະນາເຫັນວ່າມີສອງໂຄງການໃຫ່ຍຄື: ໂຄງການເຂດເສດຖະກິດພິເສດ ແລະ ໂຄງການເຂດເສດຖະກິດສະເພາະ ເຫັນວ່າມີຜົນສຳເລັດຫລາຍດ້ານທີ່ໜ້າເພິ່ງພໍໃຈ ໂດຍສະເພາະແມ່ນເຂດເສດຖະກິດພິເສດສາມຫລ່ຽມຄຳ ແມ່ນມີຜົນສຳເລັດຢ່າງຕັ້ງໜ້າເຊັ່ນ: ພື້ນຖານໂຄງລ່າງ ໄດ້ຮັບການພັດທະນາຢ່າງກ້າວກະໂດດ, ປະຊາຊົນທ້ອງຖິ່ນໄດ້ຮັບຜົນປະໂຫຍດ ສາມາດສ້າງວຽກເຮັດງານທຳ ໄດ້ຢ່າງກວ້າງຂວາງ, ສ້າງຖານລາຍຮັບເພີ່ມຂຶ້ນ ແລະ ສ້າງລາຍຮັບເຂົ້າງົບປະມານຂອງລັດເປັນລະບົບທີ່ຕັ້ງໜ້າ ແລະ ໝັ້ນຄົງ ເຊິ່ງໃນເມື່ອກ່ອນແມ່ນລັດຖະບານເປັນຜູ້ຄຸ້ມຄອງ ແຕ່ເມື່ອບໍ່ດົນມານີ້ໄດ້ມີການຊັບປ່ຽນໃຫ້ແຂວງ ເປັນຜູ້ຄຸ້ມຄອງເຂດເສດຖະກິດດັ່ງກ່າວ. ແນວໃດກໍຕາມ ຄວນສ້າງຕັ້ງຄະນະຄຸ້ມຄອງລະດັບຊາດຂຶ້ນ ເພື່ອພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດດັ່ງກ່າວ ໃຫ້ມີຄວາມໜັກແໜ້ນ, ຮັດກຸມ.

ທ່ານ ນາງ ຂັນກາບ ໄຊຍະກຸມມານ ສສຊ ປະຈຳເຂດເລືອກຕັ້ງ 18 ແຂວງໄຊສົມບູນ ໄດ້ປະກອບຄຳເຫັນໃສ່ມາດຕາ 30 ພັນທະຂອງຜູ້ພັດທະນາເຂດເສດຖະກິດພິເສດ ໂດຍໄດ້ສະເໝີໃຫ້ຜູ້ພັດທະນາ ພາຍຫລັງທີ່ສຳເລັດໂຄງການແລ້ວ, ຜູ້ພັດທະນາຈະຕ້ອງໄດ້ປັບປຸງດິນຄືນ 3-5 ປີ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິ. ພ້ອມນັ້ນ, ສະເໜີໃຫ້ລັດຖະບານ ພິຈາລະນາຄືນກ່ຽວກັບຜົນໄດ້ ແລະ ຜົນເສຍທີ່ຈະໄດ້ຮັບ ຈາກການລົງທຶນ, ທັງກຳນົດໃຫ້ລະອຽດກຽວກັບພາກສ່ວນຈັດຕັ້ງປະຕິບັດ ບໍ່ໃຫ້ກະແຈກກະຈາຍຄືໃນໄລຍະຜ່ານມາ.
ພ້ອມກັນນີ້, ບັນດາ ສສຊ ຫລາຍເຂດເລືອກຕັ້ງ ຍັງເຊື່ອໝັ້ນວ່າ ພາຍຫລັງກົດໝາຍດັ່ງກ່າວຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ຈະເຮັດໃຫ້ການພັດທະນາ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ມີຄວາມໜັກແໜ້ນ, ຮັດກຸມ, ຈະແຈ້ງ, ຄົບຖ້ວນ ແລະ ສັກສິດຂຶ້ນຕື່ມ; ຮັບປະກັນການພັດທະນາທີ່ດິນ ຢ່າງມີຈຸດສຸມ, ຮັບປະກັນຕາມທິດສີຂຽວ ແລະ ຍືນຍົງ; ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຜູ້ພັດທະນາ ແລະ ຜູ້ລົງທຶນຈາກພາຍໃນ ແລະ ຕ່າງປະເທດຫລາຍຂຶ້ນ.