ອົງການໄອຍະການປະຊາຊົນສູງສຸດ ຖືສໍາຄັນວຽກງານຕ້ານ-ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກ

ໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2023 ທີ່ຈະມາເຖິງນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ກຳມະການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ມີຄໍາເຫັນ ໃນວັນທີ 17 ພະຈິກ 2023 ໂດຍຊີ້ໃຫ້ເຫັນກ່ຽວກັບການຊ່ວຍເຫລືອ ແລະ ການດໍາເນີນຄະດີ ຕໍ່ການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກ ໃນໄລຍະຜ່ານມາ ເຊິ່ງ ອອປສ ໄດ້ຖືສໍາຄັນທີ່ສຸດໃນວຽກງານຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂຶ້ນຢູ່ ອົງການໄອຍະການປະຊາຊົນສູງສຸດ ເຊິ່ງແມ່ນຮອງຫົວໜ້າ ອອປສ ເປັນຫົວໜ້າ ແລະ ປະກອບດ້ວຍຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຮອງກົມເປັນຄະນະ ແລະ ມີກອງເລຂາຊ່ວຍວຽກຈໍານວນໜຶ່ງ.

ທ່ານ ບຸນທັນ ບຸນທະວິໄລ ກ່າວວ່າ: ໃນການແຕ່ງຕັ້ງຄະນະຮັບຜິດຊອບຂຶ້ນຢູ່ ອົງການໄອຍະການປະຊາຊົນສູງສຸດ ເພື່ອເປັນເສນາທິການໃຫ້ແກ່ ຄະນະກໍາມາທິການແຫ່ງຊາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງ ແມ່ຍິງ, ແມ່ ແລະ ເດັກ ແລະ ເປັນເສນາທິການໃຫ້ແກ່ ຄະນະນໍາອົງການໄອຍະການປະຊາຊົນສູງສຸດ ປະຕິບັດໜ້າທີ່ໃນການເກັບກໍາຂໍ້ມູນກ່ຽວກັບສະຖິຕິການດໍາເນີນຄະດີ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ທີ່ອົງການໄອຍະການປະຊາຊົນ ໃນຂອບເຂດທົ່ວປະເທດໄດ້ຮັບຈາກເຈົ້າໜ້າທີ່ຕໍາຫລວດ ແລະ ມີໜ້າທີ່ໃນການຊີ້ນໍາອົງການໄອຍະການປະຊາຊົນທ້ອງຖິ່ນ ໃນການຕິດຕາມກວດກາການດໍາເນີນຄະດີ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃຫ້ຖືກຕ້ອງຕາມກົດໝາຍ ໂດຍໄດ້ສັ່ງຟ້ອງຜູ້ຖືກຫາ ໃຫ້ສານຕັດສິນລົງໂທດ ເພື່ອຮັບປະກັນໃຫ້ຜູ້ກະທໍາຜິດ ໄດ້ຖືກລົງໂທດຕາມກົດໝາຍຢ່າງເຂັ້ມງວດ ເພື່ອຟື້ນຟູສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ແມ່ຍິງ ແລະ ເດັກ ທີ່ຖືກລະເມີດນັ້ນ ໃຫ້ກັບຄືນສູ່ປົກກະຕິໂດຍໄວ ແລະ ຮັບປະກັນໃຫ້ແມ່ຍິງ ແລະ ເດັກ ໄດ້ຮັບຄວາມເປັນທໍາໃນການດໍາເນີນຄະດີ.

ອົງການໄອຍະການປະຊາຊົນສູງສຸດໄດ້ເອົາໃຈໃສ່ໃນການຊີ້ນໍາໆພາ ອົງການໄອຍະການປະຊາຊົນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມເຂັ້ມງວດໃນການຕິດຕາມກວດກາ ການດໍາເນີນຄະດີ ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດດ້ວຍດີຕະຫລອດມາ, ອັນໄດ້ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຢູ່ໃນສັງຄົມ ເພື່ອກ້າວໄປສູ່ການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃຫ້ໝົດໄປ.