ສານປະຊາຊົນສູງສຸດ ລາວ – ສ ກູບາ ສືບຕໍ່ເສີມຂະຫຍາຍການຮ່ວມມື

ວັນທີ 16 ພະຈິກ 2023 ນີ້ ທີ່ສານປະຊາຊົນສູງສຸດ ໄດ້ມີກອງປະຊຸມພົບປະສອງຝ່າຍລະຫວ່າງ ສານປະຊາຊົນ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດ ສ ກູບາ, ເພື່ອເປັນການແລກປ່ຽນ ບົດຮຽນ ແລະ ທົບທວນຄືນການຮ່ວມມືສອງຝ່າຍໄລຍະຜ່ານມາ, ນຳພາຄະນະຝ່າຍສານປະຊາຊົນສູງ ໂດຍ ສະຫາຍ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສະຫາຍ ຣູເບັນ ຣີມີຈີໂອ ເຟີໂຣ ປະທານສານປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ກູບາ.
ໃນການພົບໃນຄັ້ງນີ້ ເພື່ອສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງດ້ານຕຸລາການສອງຝ່າຍ ທີ່ໄດ້ລົງນາມຮ່ວມກັນ ສະບັບລົງວັນທີ 20 ພຶດສະພາ 2022 ລະຫວ່າງ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດ ແຫ່ງ ສ ກູບາ ໃຫ້ເຂົ້າສູ່ລວງເລິກ ແລະ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ຈາກນັ້ນສອງຝ່າຍກໍໄດ້ຜັດປ່ຽນກັນແຈ້ງສະພາບການປະຕິບັດໜ້າທີ່, ທີ່ຕັ້ງ ແລະ ຄວາມຮັບຜິດຊອບ ໃຫ້ກັນ ແລະ ກັນຊາບ ໂດຍສະເພາະສານປະຊາຊົນ ແຫ່ງ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 15 ສິງຫາ 1982 ຊຶ່ງມາຮອດປັດຈຸບັນ ແມ່ນຄົບຮອບ 41 ປີ, ການພັດທະນາລະບົບສານປະຊາຊົນ ແຫ່ງ ສປປ ລາວ ໃນແຕ່ລະໄລຍະກໍໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ. ມາຮອດໄລຍະນີ້ ໄດ້ມີການພັດທະນາໃນຫຼາຍດ້ານ, ໃນນັ້ນ: ດ້ານລະບົບການຈັດຕັ້ງຂອງສານປະຊາຊົນ ປະກອບດ້ວຍ:
1. ສານປະຊາຊົນສູງສຸດ 1 ແຫ່ງ; 2.ສານປະຊາຊົນທ້ອງຖິ່ນ ປະກອບດ້ວຍ: ສານປະຊາຊົນພາກ 3 ແຫ່ງ; ສານປະຊາຊົນແຂວງ-ນະຄອນຫຼວງວຽງຈັນ 18 ແຫ່ງ ແລະ ສານປະຊາຊົນເຂດ 46 ແຫ່ງ ແລະ 3. ສານທະຫານ ປະກອບດ້ວຍ: ສານທະຫານຂັ້ນສູງ 1 ແຫ່ງ ແລະ ສານທະຫານພາກ 3 ແຫ່ງ.
ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດ ຂໍ້ຕົກລົງບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານຕຸລາການ ສະບັບລົງວັນທີ 20 ພຶດສະພາ 2022 ລະຫວ່າງ ສານປະຊາຊົນສູງສຸດ ແຫ່ງ ສ ກູບາ ແລະ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃຫ້ເຂົ້າສູ່ລວງເລິກ ຈຶ່ງສະເໜີແຜນຜັນຂະຫຍາຍການຮ່ວມມືໃນທິດຕໍ່ໜ້າ ຂອງສອງສານປະຊາຊົນ ດັ່ງນີ້: 1. ສືບຕໍ່ເພີ່ມທະວີການເຄື່ອນໄຫວພົບປະ, ຢ້ຽມຢາມ ລະຫວ່າງການນໍາຂັ້ນສູງຂອງສອງສານປະຊາ ຊົນຢ່າງເປັນປົກກະຕິ,
2. ສ້າງເງື່ອນໄຂໃຫ້ແກ່ການແລກປ່ຽນບົດຮຽນ ແລະ ຝຶກອົບຮົມດ້ານວິຊາສະເພາະ, ວິຊາການຕ່າງໆໃຫ້ເຂົ້າສູ່ລວງເລິກ ແລະ ຫຼາຍຂຶ້ນ ໂດຍລົງເລິກລະອຽດ ຕາມຫົວຂໍ້ວຽກງານວິຊາສະເພາະເຊັ່ນ: ຝຶກອົບຮົມໃນຫົວຂໍ້:
(1) ການດຳເນີນຄະດີອາຍາ, ແພ່ງ ແລະ ປົກຄອງ;
(2) ວຽກງານຈ່າສານ;
(3) ການຄຸ້ມຄອງສະຖິຕິຄະດີ;
(4) ການພັດທະນາຫຼັກສູດຝຶກອົບຮົມ;
(5) ການຄຸ້ມຄອງບໍລິຫານສານຕາມທິດຫັນເປັນທັນສະໄໝ ແລະ ອື່ນໆ.
ສືບຕໍ່ພົວພັນຮ່ວມມືໃນດ້ານງົບປະມານ, ການພັດທະນາພື້ນຖານໂຄງລ່າງ, ວັດຖຸ, ອຸປະກອນເຕັກນິກ, ເຕັກໂນໂລຊີ ເພື່ອຫັນເປັນສານທັນສະໄໝເທື່ອລະກ້າວ ເຊັ່ນ:
(1) ສ້າງລະບົບຄຸ້ມຄອງເອກະສານ ຂາເຂົ້າ-ຂາອອກ,
(2) ສ້າງລະບົບຄຸ້ມຄອງເກັບກໍາສະຖິຕິສານ,
(3) ສ້າງລະບົບຄຸ້ມຄອງເບີກຈ່າຍເຄື່ອງໃຊ້ຫ້ອງການ,
(4) ສ້າງລະບົບຄຸ້ມຄອງຊັບສິນຂອງລັດ,
(5) ສ້າງລະບົບການບໍລິຫານສານ-ບໍລິຫານຄະດີ,
(6) ຖອດຖອນບົດຮຽນທາງດ້ານການດໍາເນີນຄະດີຊັບສິນທາງປັນຍາ ແລະ ການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດ;
(7) ການພັດທະນາຫຼັກສູດຝຶກອົບຮົມ;
(8) ເພີ່ມທະວີການແລກປ່ຽນ, ຖອດຖອນບົດຮຽນວຽກງານຈັດຕັ້ງ-ພະນັກງານ ຮ່ວມກັນ ເຊັ່ນ: ເງື່ອນໄຂ ແລະ ມາດຕະຖານຂອງການສອບເສັງຜູ້ພິພາກສາ, ຂັ້ນຕອນຂອງການແຕ່ງຕັ້ງຜູ້ພິພາກສາ, ການຄຸ້ມຄອງຜູ້ພິພາກສາ ແລະ ການກວດກາຜູ້ພິພາກສາ.
ສືບຕໍ່ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈການຮ່ວມືທາງດ້ານຕຸລາການ ລະຫວ່າງ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດ ແຫ່ງ ສ ກູບາ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 20 ພຶດສະພາ 2022 ໂດຍການເພີ່ມທະວີຍົກລະດັບການພົວພັນຮ່ວມມືລະຫວ່າງສານປະຊາຊົນແຕ່ສູນກາງ ຮອດທ້ອງຖິ່ນໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ ພ້ອມທັງຊຸກຍູ້ໃຫ້ສານປະຊາຊົນທ້ອງຖິ່ນໃຫ້ໄດ້ມີການພົວພັນຮ່ວມມື ແລະ ສ້າງບົດບັນທຶກຄວາມເຂົ້າໃຈຮ່ວມກັນ.