ລັດຖະມົນຕີກະຊວງ ແຜນການແລະການລົງທຶນ ລົງຊຸກຍູ້ ວຽກງານການລົງທຶນຢູ່ເມືອງວັງວຽງ

ວັນທີ 10 ພະຈິກ 2023 ຜ່ານມາ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເມືອງວັງວຽງ ແຂວງວຽງຈັນ ເພື່ອຊຸກຍູ້ສົ່ງເສີມ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງວັງວຽງ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ.
ໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳ ຂອງເມືອງວັງວຽງ ສືບຕໍ່ສຸມໃສ່ ຈັດຕັ້ງປະຕິບັດວຽກງານຈຸດສຸມຂອງເມືອງ ເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ ໂດຍສະເພາະ ສູ້ຊົນ ຍາດແຍ່ງເອົາການລົງທຶນຂອງພາກລັດ ແລະ ພາກເອກະຊົນ, ຊຸກຍູ້ບັນດາໂຄງການທີ່ລົງທຶນມາກ່ອນໃຫ້ໄດ້ຮັບການຊໍາລະຕາມກົດໝາຍ, ພ້ອມທັງ ໃຫ້ປຸກລະດົມບັນດາບໍລິສັດ ທີ່ໄດ້ຮັບການສົ່ງເສີມໃຫ້ສືບຕໍ່ປະຕິບັດຕາມສັນຍາ ແລະ ຕິດຕາມ ຊຸກຍູ້ການຂໍອະນຸຍາດລົງທຶນພາກເອກະຊົນ ໃຫ້ໄປຕາມກົດໝາຍສົ່ງເສີມການລົງທຶນ ແນໃສ່ ພັດທະນາເສດຖະກິດຂອງເມືອງວັງວຽງ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ.
ພ້ອມກັນນີ້, ກໍໃຫ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ, ພັດທະນາການທ່ອງທ່ຽວ, ຊຸກຍູ້ສົ່ງເສີມບັນດາຜູ້ປະກອບການ, ຫົວໜ່ວຍທຸລະກິດ ດ້ານການທ່ອງທ່ຽວ, ບ້ານພັກ, ໂຮງແຮມ ໃຫ້ກະເຈົ້າພັດທະນາ ຫລື ຟື້ນຟູ ກິດຈະການຂອງຕົນເອງ ໃຫ້ດີຂຶ້ນກວ່າເກົ່າ ເພື່ອກຽມໃຫ້ແກ່ ການເປັນປະທານອາຊຽນ ຂອງ ສປປ ລາວ ແລະ ເປີດປີທ່ອງທ່ຽວລາວ ໃນປີ 2024 ທີ່ຈະມາເຖິງນີ້, ເຊິ່ງຈະເປັນນິມິດໝາຍອັນດີ ເພື່ອດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາ ສປປ ລາວ.
ໂອກາດດັ່ງກ່າວ, ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ແຂວງວຽງຈັນ ກໍໄດ້ລາຍງານໃຫ້ຮູ້ວ່າ: ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2023 ແລະ ວຽກງານຈຸດສຸມ ຂອງເມືອງວັງວຽງ ເຊິ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຜ່ານມາ ຖືວ່າມີຫລາຍບັນຫາຫຍຸ້ງຍາກຈາກສະພາບແວດລ້ອມທັງພາຍໃນ ແລະ ພາຍນອກ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການດໍາລົງຊີວິດຂອງປະຊາຊົນຢ່າງໜັກໜ່ວງ, ຢ່າງໃດກໍຕາມ ພາຍໃຕ້ການນໍາພາ-ຊີ້ນໍາຂອງ ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ອົງການປົກຄອງບ້ານ ເຮັດໃຫ້ເມືອງວັງວຽງ ສາມາດບັນລຸ ໄດ້ໝາກຜົນຂອງການປະຕິບັດໜ້າທີ່ການເມືອງຂອງຕົນ ຊຶ່ງສາມາດຍາດໄດ້ຜົນສຳເລັດ ໃນຫລາຍດ້ານ ເປັນຕົ້ນ ເສດຖະກິດ ຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນຂອງເມືອງ ປະຕິບັດໄດ້ 4,6% ມູນຄ່າທັງໝົດ 1.793,87 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 26 ລ້ານກີບ ຫລື ເທົ່າກັບ 1.340 ໂດລາ. ໃນນັ້ນ, ຂະແໜງກະສິກຳປະຕິບັດໄດ້ 504,42 ຕື້ກີບ, ຂະແໜງອຸດສາຫະກຳ ແລະ ກໍ່ສ້າງປະຕິບັດໄດ້ 475,57 ຕື້ກີບ, ຂະແໜງບໍລິການປະຕິບັດໄດ້ 813,88 ຕື້ກີບ. ໃນນີ້, ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວເມືອງວັງວຽງ ທັງໝົດ 300.531 ຄົນ, ຍິງ 162.658 ຄົນ (ນັກທ່ອງທ່ຽວພາຍໃນປະເທດ 200.415 ຄົນ, ຍິງ 113.032 ຄົນ, ນັກທ່ອງທ່ຽວຕ່າງປະເທດ 100.116 ຄົນ, ຍິງ 49.626 ຄົນ) ສະເລ່ຍລາຍຮັບໃຫ້ແກ່ສັງຄົມໄດ້ 150,22 ຕື້ກີບ.
ສຳລັບ ການລົງທຶນ ໃນປີ 2023 ມີທັງໝົດ 20 ໂຄງການ, ມູນຄ່າ 4.207,05 ລ້ານກີບ, ເປັນໂຄງການສືບຕໍ່ຊໍາລະ 19 ໂຄງການ. ໃນນັ້ນ, ທຶນປົກກະຕິ 10 ໂຄງການ, ມູນຄ່າ 2.336,30 ລ້ານກີບ, ທຶນຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ 4 ໂຄງການ, ມູນຄ່າ 204 ລ້ານກີບ, ທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 3 ໂຄງການ, ມູນຄ່າ 355 ລ້ານກີບ, ທຶນຟື້ນຟູໄພພິບັດ 2 ໂຄງການ ມູນຄ່າ 818,37 ລ້ານກີບ ແລະ ທຶນພັດທະນາຊຸມຊົນກອງທຶນພະລັງງານ-ບໍ່ແຮ່ແຂວງວຽງຈັນ (ໂຄງການສະເໜີໃໝ່) 1 ໂຄງການ ມູນຄ່າ 493,38 ລ້ານກີບ. ໂຄງການລົງທຶນທົ່ວໄປຂອງປະຊາຊົນ 78 ຫົວໜ່ວຍ, ມູນຄ່າການລົງທຶນທັງໝົດ 17,47 ຕື້ກວ່າກີບ.
ໃນໄລຍະ 6 ເດືອນທ້າຍປີ 2023 ເມືອງວັງວຽງ ຈະສູ້ຊົນຈັດຕັ້ງປະຕິບັດຄາດໝາຍຕ່າງໆຂອງແຜນ ພັດທະນາເສດຖະກິດ-ສັງຄົມທີ່ກໍານົດໄວ້ ໂດຍເລັ່ງໃສ່ການຜະລິດກະສິກໍາ, ການປຸງແຕ່ງ, ການຄ້າ-ການລົງທຶນ, ການບໍລິການ ແລະ ທ່ຽວທ່ຽວ ເພື່ອເຮັດໃຫ້ເສດຖະກິດ-ສັງຄົມ ຂອງເມືອງຂະຫຍາຍຕົວຕາມແຜນທີ່ວາງໄວ້ ເພື່ອເຮັດໃຫ້ຊິວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.