ປກສ ແຂວງຄຳມ່ວນ ກັກຕົວຜູ້ຕ້ອງຫາຄ້າຢາເສບຕິດ ໃນຂະນະນັດມອບສົ່ງຢາບ້າ

ວັນທີ 15 ພະຈິກ 2023 ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 16 ກັນຍາ 2023 ຜ່ານມາ, ເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ເຂັມທອງ ຫຼື ຊາຍ ອາຍຸ 30 ປີ ຢູ່ບ້ານ ກໍສີ ເມືອງຄູນ ແຂວງຂວາງ  ແລະ ທ້າວ ຮອນທອງ ອາຍຸ 38 ປີ ຢູ່ບ້ານ ຊຽງແດດ, ເມືອງພູກູດ, ແຂວງຊຽງແຂວງ ພ້ອມຂອງກາງຢາບ້າ 5.750 ເມັດ ໃນຄະນະທີ່ທ້າວ ເຂັມທອງ ລໍຖ້າຮັບຢາບ້າ ຈາກທ້າວ ຮອນທອງ ຢູ່ບ້ານພັກແຫ່ງໜຶ່ງ ທີ່ເມືອງນາກາຍ ແຂວງ ຄຳມ່ວນ.