ໃນລະຫວ່າງວັນທີ 04-09 ພະຈິກ 2023ນີ້, ຄະນະຜູ້ແທນກອງບັນຊາການທະຫານອາກາດ (ກທອ) ນຳໂດຍສະຫາຍ ພົນຕີ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໄດ້ສຳເລັດການເດີນທາງໄປຢ້ຽມຢາມມິດຕະພາບ ແລະ ເຮັດວຽກຢູ່ກອງທັບອາກາດ ກອງທັບປົດປ່ອຍປະຊາຊົນຈີນ.
ການຕ້ອນຮັບທາງການໄດ້ຈັດຂື້ນຢູ່ທີ່ສຳນັກງານໃຫຍ່ ກອງທັບອາກາດ ກອງທັບປົດປ່ອຍປະຊາຊົນຈີນ ນຳໂດຍສະຫາຍພົນເອກ ຊາງຕິ່ງຊິ່ວ ກຳມະການສູນກາງພັກຄອມມູນິດຈີນ ຜູ້ບັນຊາການກອງທັບອາກາດ ກອງທັບປົດປ່ອຍປະຊາຊົນຈີນ. ຈາກນັ້ນໄດ້ມີການພົບປະໂອ້ລົມສອງຝ່າຍ ກ່ອນອື່ນສະຫາຍພົນເອກ ຊາງຕິ່ງຊິ່ວ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ຄະນະຜູ້ແທນກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ພ້ອມທັງໄດ້ຍົກໃຫ້ເຫັນວ່າຈີນ ແລະ ລາວ ເປັນປະເທດບ້ານໃກ້ເຮືອນຄຽງ ມີເສັ້ນຊາຍແດນຕິດຈອດກັນ ມີມູນເຊື້ອຄວາມສາມັກຄີອັນດີງາມມາແຕ່ດົນນານ ພວກເຮົາຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີອັນດີງາມຂອງສອງຊາດ, ສອງກອງທັບ ຈີນ-ລາວ ທີ່ມາແລ້ວນັ້ນໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ການພົບປະໂອ້ລົມໄດ້ດຳ ເນີນໄປດ້ວຍບັນຍາກາດອັນສະໜິດສະໜົມຖານເພື່ອນມິດຍຸດທະສາດ ຕ່າງຝ່າຍຕ່າງໄດ້ແຈ້ງສະພາບການ ຂອງກຳລັງທະຫານອາກາດເຊີ່ງກັນ ແລະ ກັນຊາບ, ເປັນຕົ້ນແມ່ນການຊີ້ນຳ-ນຳພາບັນຊາ, ການປັບປຸງກໍ່ສ້າງກຳລັງໃນທຸກດ້ານ ຂອງສອງກອງທັບອາກາດ ລາວ-ຈີນ, ຈີນ-ລາວ ໃນໄລຍະປີຜ່ານມາ. ພ້ອມທັງອວຍພອນໃຫ້ຄະນະຜູ້ແທນກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວຢ້ຽມຢາມຢູ່ ສປ ຈີນຄັ້ງນີ້.
ໂອກາດນີ້ສະຫາຍພົນຕີ ຄຳເຫຼັກ ແສງພະຈັນ ກໍ່ໄດ້ຕີລາສູງຕໍ່ສາຍພົວພັນມິດຕະພາບ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ, ສອງກອງທັບ ລາວ-ຈີນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ ສປ ຈີນ ເວົ້າລວມ, ເວົ້າສະເພາະແມ່ນກອງທັບອາກາດ ກອງທັບປົດປ່ອຍປະຊາຊົນຈີນ ທີ່ໃຫ້ການອູ້ມຊູຊ່ວຍເຫຼືອດ້ານວັດຖຸ-ເຕັກນິກອຸປະກອນ, ການກໍ່ສ້າງນັກບິນ-ນາຍຊ່າງ, ການຝຶກອົບຮົມວຽກງານບັນຊາ-ເສນາທະຫານອາກາດ ກໍຄືດ້ານວິຊາສະເພາະອື່ນໆ ມາໂດຍຕະຫຼອດ ແລະ ໂຄງການກໍ່ສ້າງສະໜາມບິນ, ໂຮງຮຽນທະຫານອາກາດ ທີ່ພວມຢູ່ຂັ້ນກຳລັງດຳເນີນງານ. ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງສະຫາຍພົນເອກ ຊາງຕິ່ງຊິ່ວ ພ້ອມຄະນະໃນຄັ້ງນີ້ ແລະ ອວຍພອນໃຫ້ສາຍພົວພັນ, ມິດຕະພາບ, ການຮ່ວມມືຂອງສອງຊາດ, ສອງກອງທັບ, ສອງທະຫານອາກາດ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂື້ນ.
ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຄະນະຜູ້ແທນກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໄດ້ເດີນທາງໄປຢ້ຽມຊົມຫໍພິພິທະພັນການບິນ, ຢ້ຽມຢາມວິທະຍາຄານບັນຊາທະຫານອາກາດ, ການຢ້ຽມຢາມຢູ່ແຕ່ລະກົມກອງນັ້ນ ກໍໄດ້ຮັບຟັງການລາຍງານສະພາບປະຫວັດຄວາມເປັນມາໂດຍຫຍໍ້ຈາກຄະນະອຳນວຍການ ເຊີ່ງໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງວິທະຍາຄານ, ລະບົບການຮຽນ-ການສອນ ແລະ ສູນບັນຊາປະສານເຫຼົ່າ, ການຈັດວາງຮູບພາບມູນເຊື້ອ ທີ່ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງທະຫານອາກາດ ກອງທັບປົດປ່ອຍປະຊາຊົນຈີນໃນແຕ່ລະໄລຍະ ແລະ ທ່ຽວຊົມສະຖານທີ່ແຫຼ່ງທ່ອງທ່ຽວທາງປະຫວັດສາດ.