ທ່ານ ນາງ ຈັນເທົາ ປະຖັມມະວົງ, ປະທານ ກິດຕິມະສັກ ສະມາຄົມ ຫັດຖະກຳລາວ ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດອັນສູງທີ່ໄດ້ຕາງໜ້າໃຫ້ ຄະນະຮັບຜິດຊອບໂຄງການ “ຫ່ວງໄຍໄປເຖິງ”ມາລາຍງານການເຄື່ອນໄຫວຂອງໂຄງການໃນຄໍ່າຄືນມື້ນີ້. ການສ້າງສາປະເທດຊາດແມ່ນໜ້າທີ່ຂອງໝົດທຸກຄົນໂດຍບໍ່ຈໍາແນກເພດໄວ, ເຊຶ້ອຊາດ ສາສະໜາ, ຊົນເຜົ່າ, ຊັ້ນຄົນ ຫຼື ອາຊີບຕ່າງໆ ຈະສັງກັດຢູ່ ພັກລັດ ແລະ ເອກະຊົນຕ່າງກໍ່ມີບົດບາດສໍາຄັນເພື່ອຊ່ວຍເຫຼືອສັງຄົມເຊັ່ນດຽວກັນ.
ໂດຍສະເພາະທ່ານ ປ້ານາລີ ສີສຸລິດ ກໍ່ແມ່ນໜື່ງໃນຄອບຄົວການນໍາທີ່ເຮັດໜ້າທີ່ ແລະບົດບາດຊ່ວຍເຫຼືອສັງຄົມຕະຫຼອດມາ, ເພີ່ນໄດ້ ລົງຕິດຕາມຄວາມສູກທຸກຂອງປະຊາຊົນບັນດາເຜົ່າແຕ່ເໜືອຕະຫຼອດໃຕ້, ເພີ່ນໄດ້ຊັກຊວນເອົາບັນດາຄອບຄົວການນໍາ ແລະ ລະດົມເອົານັກທຸລະກິດຍິງໃນຂົງເຂດຕ່າງໆຕິດຕາມໄປນໍາເພື່ອລົງຕິດແທດຊີວິດການເປັນຢູ່ຂອງແມ່ຍິງແລະເດັກນ້ອຍໃນເຂດທຸກຍາກ ແລະ ທຸລະກັນດານເປັນໄລຍະໂດຍບໍ່ຮູ້ອິດຮູ້ເມື່ອຍ.
ໃນຂະນະທີ່ພວກເພີ່ນໄປເຄຶ່ອນໄຫວຢູ່ນັ້ນຫຼາຍຄອບຄົວທີ່ປະສົບຄວາມຫຍຸ້ງຍາກຂາດເຂີນໄດ້ສະເໜີຂໍຄວາມຊ່ວຍເຫຼືອຫຼາຍຢ່າງ. ທ່ານ ປ້ານາລີ ສີສຸລິດ ໃນນາມເປັນປະທານຄະນະທີ່ປືກສາສະມາຄົມຫັດຖະກຳລາວໄດ້ມາປືກສາກັບຄະນະກຳມະການບໍລິຫານງານ ສະມາຄົມ ຫັດຖະກຳລາວ ຊອກຫາຊ່ອງທາງເພື່ອຊ່ວຍເຫຼືອ, ໃນກາງປີ 2020 ໃນທ່າມກາງຂອງການແຜ່ລະບາດຂອງພະຍາດໂຄວິດ19. ຈາກກອງປະຊຸມປືກສາຫາລື ແລກປ່ຽນຄວາມຄິດຄວາມເຫັນຈື່ງມອງເຫັນຊ່ອງທາງເພື່ອໄປຊ່ວຍເຫຼືອແມ່ຍິງແລະ ເດັກນ້ອຍຜູ້ທຸກຍາກໃນຮູບແບບການເດີນແບບເສື້ອຜ້າອາພອນເພດຊົງລາວເພື່ອການກຸສົນຮ່ວມກັບສະມາຄົມ ຫັດຖະກຳລາວ ໃນງານມະຫາກຳສີມືຫັດຖະກຳລາວຄັ້ງທີ່19 ປີ 2020 ເປັນຕົ້ນມາເຖິງປະຈຸບັນກໍ່ເປັນປີທີ 3 ພາຍໃຕ້ຊື່ວ່າ”ໂຄງການຫ່ວງໄຍໄປເຖິງ” ເຊິ່ງການປະກອບສ່ວນຊຸກຍູ້ທົ່ວສັງຄົມທີ່ສະສົມໄດ້ທຸກກີບໃນປີ2020ນັ້ນແມ່ນໄດ້ນໍາໄປຊ່ວຍເຫຼືອປະຊາຊົນໃນເຂດທ້ອງຖິ່ນທີ່ຂາດເຂີນແລະປະສົບໄພພິບັດຕ່າງໆດັ່ງນີ້:
– ຊ່ວຍຕັ້ງເຮືອນໃຫ້ປະຊາຊົນທຸກຍາກທີ່ສຸດ, ຄອບຄົວພິການ,ຄອບຄົວກໍ້າພ້າກໍ້າພອຍ, ລູກຫຼານນັກຮົບວິລະຊົນຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບຸນ ຈໍານວນ 14 ຫຼັງຄາເຮືອນ
– ສ້າງໂຮງຮຽນບ້ານປາກເພ ເມືອງໃຫມ່ ແຂວງຜົ້ງສາລີ (ບ້ານວິລະຊົນ)
– ມອບທືນຮອນໃນການເຮັດການກະເສດຄົວເຮືອນໃຫ້ພະນັກງານບໍານານ, ພະນັກງານປະຕິວັດບໍານານ ແຂວງເຊກອງ
– ຊ່ວຍເຫຼືອສະມາຄົມ ຫັດຖະກຳລາວໃນການສົ່ງເສີມສີໄມ້ລາຍມືຂອງແມ່ຍິງ
ຈາກນັ້ນ ໃນປີ 2022 ໂຄງການຫ່ວງໄຍໄປເຖິງກໍ່ໄດ້ສືບຕໍ່ລະດົມທືນໃນຮູບແບບດຽວກັນ ໂດຍການສະໜັບສະໜູນຈາກມວນຊົນຢ່າງກ້ວາງຂວາງ ເປັນຕົ້ນນັກທຸລະກິດລາວໄດ້ປະກອບສ່ວນເປັນມູນຄ່າ 2,776,690,000 ກີບແລະ ຮັບເປັນວັດຖຸຈໍານວນ 265,910,000ກີບ. ໃນຈໍານວນທີ່ກ່າວມານນັ້ນໄດ້ນໍາໄປເຄື່ອນໄຫວຮັບໃຊ້ສັງຄົມຄື:
– ມອບໃຫ້ ສະມາຄົມ ຫັດຖະກຳລາວ ເພື່ອໄປຊຸກຍູ້ວຽກງານຫັດຖະກຳ ຈໍານວນ 200,000,000ກີບ
– ຊຸກຍູ້ສະມາຄົມ ຫັດຖະກຳແຂວງຈໍາປາສັກ 50,000,000ກີບ
– ຊ່ວຍເຫຼືອເຮັດນໍ້າລິນໃຫ້ເມືອງລອງ ແຂວງຫຼວງນໍ້າທາ 62,015,000ກີບ
– ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານພູວາ ເມືອງນາແລ ຈໍານວນ 2ຫຼັງ ມູນຄ່າ 1,032,114,000 ກີບ ແລະ ມອບເງີນສົດ 50,000,000ກີບ ເພື່ອສ້າງນໍ້າລີນ, ສ້າງຫໍພັກນັກຮຽນຊາຍຍິງ ໂຮງຮຽນ ມສ ບ້ານນໍ້າເງີນ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຈໍານວນ 2ຫຼັງ ມູນຄ່າ 761,620,000 ກີບ ແລະ ເງີນສົດ ຈໍານວນ 50,000,000ກີບ ສໍາລັບເຮັດເດີ່ນກິລາ. ທັງສອງໂຄງການສຸດທ້າຍນີ້ໄດ້ມີພິທີມອບຮັບໃນວັນທີ 23-24 ຕຸລາ 2023 ຜ່ານມາ.
ທ່ານ ນາງ ຈັນເທົາ ປະຖັມມະວົງ, ປະທານ ກິດຕິມະສັກ ສະມາຄົມ ຫັດຖະກຳລາວ ໃຫ້ຮູ້ອີກວ່າ: ງານເດີນແບບການກຸສົນໃນຄໍ່າຄືນນີ້ແມ່ນຈຸດປະສົງຕໍ່ເພີ່ມທະວີຄວາມສາມັກຄີ,ມິດຕະພາບແລະຮ່ວມແຮງຮ່ວມໃຈກັນເພື່ອແນໃສ່ປະຕິບັດຕາມແຜນການເຄື່ອນໄຫວກິດຈະກຳຂອງໂຄງການວາງອອກມີດັ່ງນີ້:
– ໃຫ້ການຊ່ວຍເຫຼຶອແມ່ຍິງ ແລະເດັກນ້ອຍໃນເຂດ ເມືອງທີ່ຖືກໄພນໍ້າຖ້ວມ ໃນນັ້ນເລັ່ງສ້ອມແປງເຮືອນ ແລະ ໂຮງຮຽນ
– ປະກອບອຸປະກອນເຄື່ອງມືການແພດ (ເຄື່ອງຊ່ວຍຫາຍໃຈ ຫ້ອງ ICU) ແລະ ຢາປົວພະຍາດໃຫ້ໂຮງໝໍ ແລະ ສຸກສາລາ
– ການສົ່ງເສີມດ້ານຫັດຖະກຳໃຫ້ມີການຂະຫຍາຍຕົວ (ສົ່ງເສີມການປູກມອນລ້ຽງມ້ອນ)
– ມອບທືນການສືກສາໃຫ້ນັກຮຽນເກັ່ງຈາກຄອບຄົວທຸກຈົນຂາດເຂີນ
ງານເພື່ອການກຸສົນຄັ້ງນີ້ ຈັດຂຶ້ນ ໂອກາດງານ ມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 22 ພາຍໃນງານຍັງມີຜະລິດຕະພັນຫັດຖະກໍາທີ່ຫລາກຫລາຍ ທັງແບບພື້ນເມືອງ ແລະປະຍຸກ ຈາກທຸກໆແຂວງໃນທົ່ວປະເທດ ມາວາງສະແດງ ຂາຍ ເຊັ່ນ: ຜ້າໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງຈກສານ, ເຄື່ອງເງິນ, ວັດຖຸມີຄ່າ, ໄມ້ແກະສະຫລັກ, ອາຫານພື້ນເມືອງ, ສະໝຸນໄພເພື່ອສຸຂະພາບ ແລະອື່ນໆ ເຊິ່ງດໍາເນີນ ແຕ່ວັນທີ 4 ຫາ 12 ພະຈິກ 2023.