ທ່ານ ຈະເລີນ ປຸນທະເຮືອງສີ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ, ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງທຸລະຄົມ ພ້ອມດ້ວຍຂະແໜງ ແລະ ໜ່ວຍງານກ່ຽວຂ້ອງຈາກຂັ້ນແຂວງ ແລະ ເມືອງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ທີ່ບ້ານຫຼ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ເມື່ອບໍ່ດົນມານີ້. ຈຸດປະສົງຂອງການລົງເຮັດວຽກເທື່ອນີ້ ເພື່ອຄົ້ນຄວ້າພິຈາລະນາ, ປະເມີນມາດຖານ ແລະ ເງື່ອນໄຂໃນການສະເໜີຮັບຮອງເອົາວັດພະທອງ 3 ສີ ເປັນມໍຣະດົກວັດທະນະທໍາລະດັບທ້ອງຖິ່ນຂອງແຂວງວຽງຈັນ; ພາຍຫຼັງຄະນະດັ່ງກ່າວໄປຮອດບ້ານຫຼິ່ງຊັນ ໄດ້ເຮັດວຽກຮ່ວມກັບອົງການຈັດຕັ້ງຂອງບ້ານດັ່ງກ່າວຢູ່ທີ່ວັດກາງ.
ທ່ານ ນາງ ກິ່ງສີດາ ແກ້ວປະເສີດ ຮອງຫົວໜ້າຂະແໜງວັດທະນະທໍາ ໄດ້ຜ່ານມາດຖານ, ເງື່ອນໄຂ, ນິຕິກໍາກ່ຽວຂ້ອງ ຂອງການສະເໜີຮັບຮອງມໍຣະດົກລະດັບທ້ອງຖິ່ນ, ຮັບຟັງການປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມ, ຟັງຄວາມອາດສາມາດຂອງບ້ານ ຊຶ່ງອີງຕາມການປຶກສາຫາລືເບື້ອງຕົ້ນ ກໍຄືທ່າແຮງຂອງບ້ານທີ່ມີແລ້ວ ເຫັນວ່າມີຄວາມເປັນໄປໄດ້, ແຕ່ກອງປະຊຸມສະເໜີໃຫ້ບ້ານຮຽບຮຽງປະຫວັດຂອງບ້ານ, ປະຫວັດຂອງວັດພະທອງ 3 ສີ, ແຕ່ງຕັ້ງຄະນະກໍາມະການຂັ້ນບ້ານເພື່ອຮັບຜິດຊອບວຽກງານ, ຊຸກຍູ້ໃຫ້ບ້ານກໍານົດເຂດແດນຂອງວັດ ແລະ ອອກໃບຕາດິນໃຫ້ສໍາເລັດກ່ອນ ແລ້ວຈຶ່ງເຂົ້າສູ່ບາດກ້າວຕໍ່ໄປ.