ເມືອງປາກລາຍ ຈູດທໍາລາຍສິນຄ້າໝົດອາຍຸ, ເຊື່ອມຄຸນນະພາບ ແລະ ອາຫານສົດທີ່ມີສານປົນເປື້ອນ

ວັນທີ 11 ພະຈິກ 2023, ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ທໍາລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ແລະ ອາຫານສົດທີ່ມີສານປົນເປື້ອນ, ສິນຄ້າທີ່ນໍາມາທໍາລາຍຖິ້ມໃນຄັ້ງນີ້ແມ່ນໄດ້ມາຈາກການລົງກວດກາຕົວຈິງຂອງເຈົ້າໜ້າທີ່ກຽ່ວຂ້ອງ ທີ່ໄດ້ລົງກວດ ກາຢູ່99ຮ້ານ ໃນ 13 ບ້ານເທດສະບານເມືອງ ແຕ່ວັນທີ12-25 ຕຸລາ ຜ່ານມາ ແລະໄດ້ກວດພົບສິນຄ້າໝົດອາຍຸເປັນຕົ້ນເຄື່ອງອຸປະໂພກ, ບໍລິໂພກ ລວມມູນຄ່າທັງໝົດມູນຄ່າ 18 ລ້ານກ່ວາກີບ, ສ່ວນເຈົ້າຂອງຫ້າງຮ້ານທີ່ຂາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ທາງເຈົ້າໜ້າທີ່ໄດ້ສຶກສາອົບຮົມກ່າວເຕືອນ, ເຮັດບົດບັນທຶກ ແລະ ປັບໃໝຕາມລະບຽບການ, ທັງນີ້ ເພື່ອປົກປ້ອງຜູ້ບໍລິໂພກ ໃຫ້ໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບແລະມີຜົນປະໂຫຍດຕໍ່ສຸຂະພາບຂອງຜູ້ຊົມໃຊ້.

ຕໍ່ເຫດການດັ່ງກ່າວນີ້, ທາງເຈົ້າໜ້າທີ່ ໄດ້ຮຽກຮ້ອງມາຍັງຜູ້ປະກອບການ ຫ້າງຮ້ານຕ່າງໆໃນທົ່ວເມືອງ ຕ້ອງໄດ້ຕິດຕາມກວດກາສິນຄ້າຂອງຕົນຢ່າງເປັນປະຈໍາກ່ອນຈະມາວາງຈໍາໜ່າຍ ເມື່ອໝົດອາຍຸເຊື່ອມຄຸນແລ້ວຕ້ອງໄດ້ທໍາລາຍຖິ້ມ ສ່ວນຜູ້ບໍລິໂພກ ກ່ອນຈະຊື້ສິນຄ້າ ຕ້ອງມີສະຕິລະວັງຕົວ ກວດເບິ່ງວັນເດືອນປີໝົດອາຍຸຂອງສິນຄ້າດັ່ງກ່າວກ່ອນ ຈຶ່ງຊື້ມາບໍລິໂພກ ເພຶ່ອໃຫ້ໄດ້ສິນຄ້າທີ່ດີ ມີຄຸນນະພາບ ແລະ ມີຜົນປະໂຫຍດຕໍ່ສຸຂະພາບ.

ຂ່າວ: ເມືອງປາກລາຍ