ນາຍົກລັດຖະມົນຕີ ຊີ້ນຳການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງສາລະວັນ

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະ ກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍຄະນະ ພົບປະໂອ້ລົມ ແລະ ຊີ້ນຳ ຕໍ່ການນຳ ແລະ ພະນັກງານຫລັກແຫລ່ງຂອງແຂວງສາລະວັນ ວັນທີ 11 ພະຈິກ 2023, ທ່ານ ນາຍົກໄດ້ໂອ້ລົມ ແລະ ໄດ້ຊີ້ນຳໃຫ້ຄະນະນຳຂອງແຂວງເອົາໃຈໃສ່ສືບຕໍ່ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ໃຫ້ເປັນຂະບວນການກວ້າງຂວາງ ແລະ ແຂງແຮງກວ່າເກົ່າ ໂດຍສະເພາະ ການໂຄສະນາເຜີຍແຜ່, ການພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ, ການສ້າງກິດຈະກຳທ່ອງທ່ຽວ, ການບໍລິການການທ່ອງທ່ຽວ ແລະ ອື່ນໆ; ຄົ້ນຄວ້າກຳນົດສ້າງເຂດອຸດສາຫະກຳຂອງແຂວງ ຢູ່ເຂດທີ່ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຫລາຍ, ເຂດທີ່ຈະເຮັດໃຫ້ຕົ້ນທຶນການຜະລິດຕໍ່າ.

ພ້ອມທັງປັບປຸງໂຄງສ້າງເສດຖະກິດ ໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເປັນກ້າວໆ ໂດຍສຸມໃສ່ຄົ້ນຄວ້າດຶງດູດການພັດທະນາໂຮງງານອຸດສາຫະກຳທີ່ແຂວງ ກໍຄື ທ້ອງຖິ່ນມີທ່າແຮງດ້ານວັດຖຸດິບ ເປັນຕົ້ນ ໂຮງງານປຸງແຕ່ງແຮ່ທາດ, ໂຮງງານຜະລິດຫົວອາຫານສັດ, ໂຮງງານຜະລິດຝຸ່ນ-ປຸ໋ຍ, ໂຮງງານປຸງແຕ່ງຜະລິດຕະພັນອາຫານ-ເຄື່ອງດື່ມ ແລະ ອື່ນໆ; ສືບຕໍ່ປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ທີ່ລັດຖະບານໄດ້ຈັດແບ່ງທຶນແລ້ວນັ້ນ ໃຫ້ມີຄວາມຄືບໜ້າໄວ, ຖືກເປົ້າໝາຍ ແລະ ເກີດເປັນໜໍ່ແໜງເສດຖະກິດ ທີ່ໜັກແໜ້ນ,​ ເຂັ້ມແຂງ ແລະ ຍືນຍົງ; ສືບຕໍ່ກວດກາຄືນລາຍການສິນຄ້າ ທີ່ແຂວງສາມາດຜະລິດກຸ້ມການຊົມໃຊ້ພາຍໃນແລ້ວ ເພື່ອຫຼຸດຜ່ອນການນຳເຂົ້າ; ກຳນົດແຈ້ງ ແລະ ຈັດລຽງບູລິມະສິດ ໂຄງການລົງທຶນຂອງລັດ ໃນປີ 2024, ລວມທັງ ແຜນການຊຳລະໜີ້ໂຄງການລົງທຶນຕ່າງໆ ໃນໄລຍະຜ່ານມາ ບົນພື້ນຖານຄວາມສາມາດດ້ານງົບປະມານຕົວຈິງ; ສືບຕໍ່ກວດກາ ແລະ ສ້ອມແປງໂຄງລ່າງເສັ້ນທາງສາຍຫລັກ ໃຫ້ສາມາດໄປມາໄດ້ສະດວກ, ພ້ອມກັນນັ້ນ ເສັ້ນທາງທີ່ສ້າງສໍາເລັດ ແລະ ນໍາໃຊ້ສະດວກແລ້ວ ກໍໃຫ້ມີການຄຸ້ມຄອງທີ່ດີ, ຫລີກລ່ຽງສະພາບເສັ້ນທາງເປ່ເພຫລາຍແລ້ວ ຈຶ່ງສ້ອມແປງ; ກວດກາຄືນ ແລະ ຄຸ້ມຄອງໃຫ້ດີ ບັນດາໂຄງການທີ່ລົງທຶນຢູ່ພາຍໃນແຂວງ ໂດຍຊຸກຍູ້ໃຫ້ມີການຈັດຕັ້ງປະຕິບັດທີ່ມີປະສິດທິຜົນແທ້, ຈໍາກັດການສວຍໃຊ້ໂອກາດ ແລະ ຊ່ອງຫວ່າງຕ່າງໆທີ່ພາໃຫ້ລັດ ແລະ ສັງຄົມເສຍຜົນປະໂຫຍດ; ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງແຮງງານພາຍໃນໃຫ້ດີ, ມີການສົ່ງເສີມສ້າງວຽກເຮັດງານທຳ ແລະ ລາຍຮັບທີ່ໝັ້ນຄົງ; ສືບຕໍ່ຕິດຕາມ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ບັນຫາຫຍໍ້ທໍ້ໃນສື່ສັງຄົມອອນລາຍ; ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິຂອງສູນກາງພັກ ວ່າດ້ວຍສືບຕໍ່ຊຸກຍູ້ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ເຂົ້າສູ່ທຸກຂົງເຂດວຽກງານຕົວຈິງ ໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງຈະແຈ້ງ, ໃນນັ້ນ ກໍ່ໃຫ້ສຸມໃສ່ການກໍ່ສ້າງຮາກຖານການເມືອງ ເປັນວຽກໜຶ່ງທີ່ສຳຄັນ; ກະກຽມກິດຈະກຳສະເຫລີມສະຫລອງວັນສຳຄັນທາງດ້ານປະຫວັດສາດຂອງຊາດ ໂດຍເນັ້ນໃສ່ດ້ານເນື້ອໃນເປັນສຳຄັນ ໃຫ້ມີລັກສະນະນຳພາ, ສຶກສາອົບຮົມ ແລະ ພັດທະນາ ທີ່ກ້າວໜ້າ; ພ້ອມກັນເຊີດຊູນ້ຳໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ ແລະ ເຊີດຊູຄວາມຮັບ ຜິດຊອບ ປະຕິບັດໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ປະຊາຊົນ ມອບໝາຍ ໃຫ້ມີຜົນສຳເລັດ.