ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຊີ້ແຈ້ງຕໍ່ສະມາຊິກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ພະຈິກ 2023 ຕໍ່ປະເດັນການຊຸກຍູ້ ແລະ ຕິດຕາມກວດກາສານປະຊາຊົນທ້ອງຖິ່ນໃນການເພີ່ມທະວີໃຫ້ໂຈດ, ຈຳເລີຍ, ບຸກຄົນທີສາມ ແລະ ທະນາຍຄວາມເຂົ້າຮ່ວມໃນການດຳເນີນຄະດີເພື່ອໂຕ້ແຍ່ງ, ໂຕ້ຖຽງ, ຊີ້ແຈງ, ອະທິບາຍຂໍ້ມູນຫຼັກຖານໃຫ້ລະອຽດຄົບຖ້ວນທຸກປະເດັນ ແລະ ໃຫ້ສິ້ນສຸດຕາມຂະບວນການກົດໝາຍນັ້ນ. ຕໍ່ປະເດັນດັ່ງກ່າວ ຊຶ່ງແມ່ນນະໂຍບາຍບຸລິມະສິດໜຶ່ງທີ່ສຳຄັນຂອງສານປະຊາຊົນສູງສຸດທີ່ໄດ້ກຳນົດໄວ້ໃນແຜນການ 5 ປີ (ນອນໃນແຜນງານທີ 1 ໂຄງການທີ 2 ), ໃນຕົວຈິງໄດ້ເອົາໃຈໃສ່ຈັດຕັ້ງປະຕິ ບັດການໂຕ້ແຍ່ງ, ໂຕ້ຖຽງຕາມແຜນການທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາຢ່າງເຂັ້ມງວດ ຊຶ່ງໃນປີ 2023 ສານປະຊາຊົນສູງສຸດໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງເຊັ່ນ: ໄດ້ອອກຄຳແນະນຳວ່າດ້ວຍການໂຕ້ຖຽງຄະດີອາຍາໃນທີ່ປະຊຸມສານ, ຈັດກອງປະຊຸມປະຈຳປີຂອງສານປະຊາຊົນທົ່ວປະເທດເພື່ອເຜີຍແຜ່, ແນະນຳການປະຕິບັດການໂຕ້ແຍ່ງ-ໂຕ້ຖຽງ, ແຕ່ງຕັ້ງຄະນະຮັບຜິດຊອບລົງຕິດຕາມ, ຊຸກຍູ້ການໂຕ້ແຍ່ງ-ໂຕ້ຖຽງໃນທີ່ປະຊຸມສານຢູ່ບາງທ້ອງຖິ່ນ.
ຜ່ານການສະຫຼຸບຕີລາຄາຄືນ, ການຈັດຕັ້ງປະຕິບັດວຽກງານຊຸກຍູ້ການໂຕ້ແຍ່ງ-ໂຕ້ຖຽງເຫັນວ່າມີຂໍ້ສະດວກຫຼາຍດ້ານເປັນຕົ້ນ: 1. ມີກົດໝາຍ, ນິຕິກຳໃຕ້ກົດໝາຍ, ມະຕິຂອງສະພາແຫ່ງຊາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ, 2. ມີການຕິດຕາມ, ຊຸກຍູ້ຢ່າງໃກ້ຊິດຕິດແທດຈາກອົງການປົກຄອງທ້ອງຖິ່ນ, ສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ, 3. ສານປະຊາຊົນແຕ່ລະຂັ້ນເປັນເຈົ້າການ ແລະ ເອົາໃຈໃສ່ວຽກງານໂຕ້ແຍ່ງ-ໂຕ້ຖຽງໂດ້ໂດຍພື້ນຖານ.
ທ່ານນາງ ວຽງທອງ ສີພັນດອນ ກ່າວຕື່ມວ່າ: ຜ່ານການສຸມໃສ່ການຊຸກຍູ້ ຕິດຕາມການໂຕ້ແຍ່ງໂຕ້ຖຽງໃນຜ່ານມາ, ສາມາດຖອດຖອນບົດຮຽນບາງດ້ານຄື:
1. ການຍົກສູງທັກສະ, ວິທີການ ແລະ ຄວາມສາມາດຂອງຜູ້ພິພາກສາໃນການຄວບຄຸມ, ອໍານວຍຄວາມສະດວກໃຫ້ແກ່ການໂຕ້ແຍ່ງ-ໂຕ້ຖຽງ ແລະ ການກະກຽມປະເດັນຂໍ້ມູນທີ່ຄົບຖ້ວນ, ຊັດເຈນແຕ່ເບື້ອງຕົ້ນຈະເຮັດໃຫ້ການໂຕ້ແຍ່ງ-ໂຕ້ຖຽງໄດ້ຮັບຜົນດີ;
2. ການມີຫ້ອງປະຊຸມສານ, ບັນລັງຕັດສິນທີ່ພຽງພໍຈະເຮັດໃຫ້ມີເວລາໃນການໂຕ້ຖຽງຢ່າງລະອຽດຄົບຖ້ວນ, ບໍ່ຟ້າວຟັ່ງ, ມີເວລາໃຫ້ຄູ່ຄວາມໄດ້ໂຕ້ແຍ່ງ-ໂຕ້ຖຽງໝົດທຸກປະເດັນ;
3. ການເຂົ້າຮ່ວມຂອງໂຈດ, ຈໍາເລີຍ ແລະ ທະນາຍຄວາມໃນການຊີ້ແຈງອະ ທິບາຍ ຫຼື ໂຕ້ຖຽງກ່ຽວກັບຄະດີໃນແຕ່ລະປະເດັນຈະເຮັດໃຫ້ຮັບຮູ້ຄວາມເປັນຈິງທີ່ຖືກຕ້ອງ ແລະ ຊັດເຈນ ເພາະເຂົາເຈົ້າເປັນຜູ້ຮູ້ຄວາມເປັນຈິງຂອງຂໍ້ຂັດແຍ່ງທີ່ເກີດຂຶ້ນ;
4. ໄອຍະການໃນຖານະເປັນໂຈດໃນຄະດີອາຍາຕ້ອງເປັນເຈົ້າການໃນການຊີ້ແຈງ, ອະທິບາຍ ແລະ ພິສູດຢັ້ງຢືນຂໍ້ມູນຫຼັກຖານຄວາມຜິດຂອງຈໍາເລີຍ ຕໍ່ຄະນະສານໃນກໍລະ ນີທີ່ຈໍາເລີຍປະຕິເສດຂໍ້ກ່າວຫາ ຫຼື ຫຼັກຖານໃນເວລາໄຕ່ສວນຢູ່ທີ່ປະຊຸມສານ.
ໃນຕໍ່ໜ້າສານປະຊາຊົນສູງສຸດມີທິດທາງ ແລະ ມາດຕະການແກ້ໄຂຄື:
1. ເພີ່ມທະວີຄວາມຮັບຜິດຊອບຂອງຄະນະຮັບຜິດຊອບຊຸກຍູ້, ຕິດຕາມການໂຕ້ແຍ່ງ-ໂຕ້ຖຽງຂອງສານປະຊາຊົນທົ່ວປະເທດ ໃຫ້ສືບຕໍ່ປະສານສົມທົບກັບອໍານາດການປົກຄອງແຂວງ, ເມືອງ, ນະຄອນ ແລະ ສະພາປະຊາຊົນຂັ້ນແຂວງຕິດຕາມ, ກວດກາຢ່າງໃກ້ຊິດຢູ່ແຕ່ລະສານ.
2. ເອົາໃຈໃສ່ຈັດຕັ້ງຝຶກອົບຮົມ, ຍົກລະດັບທັກສະ, ວິທີການໂຕ້ແຍ່ງ-ໂຕ້ຖຽງໃຫ້ຜູ້ພິພາກສາ ແລະ ເພີ່ມຄວາມຮັບຜິດຊອບຂອງຜູ້ພິພາກສາໃນວຽກງານດັ່ງກ່າວໃຫ້ສູງຂຶ້ນ.
3. ສ້າງກົນໄກສົ່ງເສີມ ແລະ ອໍາ ນວຍຄວາມສະດວກໃຫ້ໂຈດ, ຈໍາເລີຍ, ບຸກຄົນທີສາມ ແລະ ທະນາຍຄວາມໃຫ້ເຂົ້າຮ່ວມໃນການໂຕ້ແຍ່ງ-ໂຕ້ຖຽງກ່ຽວກັບຄະດີ ເປັນຕົ້ນການຈັດຫ້ອງຕອ້ນຮັບຄູ່ຄວາມ, ຈັດບ່ອນນັ່ງສະເພາະຂອງທະນາຍຄວາມຢູ່ທີ່ປະຊຸມສານ ແລະ ອື່ນໆ.
4. ມີມາດຕະການເດັດຂາດ, ເຂັ້ມງວດຕໍ່ຜູ້ຫຼົບຫຼີກ, ບໍ່ໃຫ້ຄວາມຮ່ວມມືໃນການປະກອບ, ສະໜອງຂໍ້ມູນໃຫ້ແກ່ສານຕາມການຮຽກ, ການເຊີນເພື່ອໃຫ້ການໂຕ້ແຍ່ງ-ໂຕ້ຖຽງໃນຄະດີລະອຽດ, ຈະແຈ້ງ ແລະ ສິ້ນສຸດ ກ່ອນທີ່ສານຈະລົງຄໍາຕັດສິນໃຫ້ຖືກຕ້ອງ ແລະ ເປັນທໍາ.