ກະຊວງປ້ອງກັນຄວາມສະຫງົບ ຊີ້ແຈງຄຳຊັກຖາມຂອງສະພາແຫ່ງຊາດ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 9 ພະຈິກ 2023 ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ແຈງຕອບຄຳຊັກຖາມຂອງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ຫລາຍບັນຫາສຳຄັນ ເຊັ່ນ: ການປະຕິບັດບັນດາ ມາດຕະການສະກັດກັ້ນ ແລະ ລະບຽບການທົ່ວໄປກ່ຽວກັບ ການສືບສວນ-ສອບສວນ, ການກໍານົດເວລາການສືບສວນ-ສອບສວນ ແລະ ອື່ນໆ.
ທ່ານ ພົທ ກົງທອງ ພົງວິຈິດ ໄດ້ກ່າວວ່າ: ການປະຕິບັດບັນດາມາດຕະການສະກັດກັ້ນ ແລະ ລະບຽບການທົ່ວໄປກ່ຽວກັບ ການສືບສວນ-ສອບສວນ ໄລຍະຜ່ານມາ ເປັນຕົ້ນແມ່ນການພາຕົວ, ການກັກຕົວ, ການຈັບຕົວ ແລະ ການຂໍຄຳສັ່ງກັກຂັງພາງ, ການພິຈາລະນາສາເຫດທີ່ບໍ່ພາໃຫ້ເປີດການສືບສວນ-ສອບສວນ, ກໍານົດເວລາການສືບສວນ-ສອບສວນ ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຈົ້າໜ້າທີ່ຕໍາຫລວດສືບສວນ-ສອບສວນ ໄດ້ປະຕິບັດຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ, ກັກຕົວ ແລະ ຈັບຕົວ ມີຫລັກຖານຢັ້ງຢືນໜັກແໜ້ນວ່າເປັນຜູ້ລົງມືກໍ່ການກະທໍາຜິດ ຫລື ຈັບໃນກໍລະນີເຊິ່ງໜ້າ ແລະ ຮີບດ່ວນ ເປັນຕົ້ນແມ່ນຄະດີຢາເສບຕິດ ແລະ ການກະທໍາຜິດອາຍາອື່ນໆ ລວມທັງການຕັ້ງຂໍ້ຫາ ແມ່ນຖືກຕ້ອງຕາມສະຖານຂອງການກະທຳຜິດ, ການຈັບຕົວເຖິງຈະຢູ່ເຂດຫ່າງໄກສອກ ຫລີກ ເຈົ້າໜ້າທີ່ສືບສວນ-ສອບສວນ ສາມາດປະຕິບັດໄດ້ ແລະ ຮັບປະກັນຄວາມປອດໄພ ແກ່ກຳລັງທີ່ປະຕິບັດການຈັບຕົວ.
ສ່ວນການກໍານົດເວລາການສືບສວບ-ສອບສວນ ໃນໄລຍະຜ່ານມາເຫັນວ່າ ມີຫາງສຽງໃນສັງຄົມ ເປັນຕົ້ນການດໍາເນີນຄະດີຊັກຊ້າ ແກ່ຍາວ, ກົດໜ່ວງທ່ວງດຶງ ແລະ ບໍ່ທັນພາວະວິໄສ, ເຊິ່ງຫລາຍທ່ານກໍຢາກໃຫ້ດໍາເນີນຄະດີໄວ ແລະ ຫລາຍທ່ານກໍວ່າເຈົ້າໜ້າທີ່ບໍ່ເຄົາລົບ ແລະ ປະຕິບັດກົດໝາຍ ແຕ່ຄວາມເປັນຈິງແລ້ວຫລາຍທ່ານຍັງບໍ່ທັນເຂົ້າໃຈ ໃນກໍານົດເວລາຂອງການສືບສວນ-ສອບສວນ ເຈົ້າໜ້າທີ່ສືບສວນ-ສອບສວນ ຕ້ອງດໍາເນີນການສືບ ສວນ-ສອບສວນ, ສະຫລຸບການສືບສວນ-ສອບສວນ ແລະ ປະກອບສໍານວນຄະດີ ພ້ອມດ້ວຍຂອງກາງສົ່ງໃຫ້ອົງ ການໄອຍະການ ພາຍໃນເວລາ 2 ເດືອນ ໃນສະຖານໂທສະນຸໂທດ, ສາມາດຕໍ່ໄດ້ອີກເທື່ອລະ 2 ເດືອນ ແຕ່ລວມທັງໝົດບໍ່ໃຫ້ເກີດ 6 ເດືອນ. ສ່ວນການກະທໍາຜິດຖານໂທສານຸໂທດ ສາມາດຕໍ່ໄດ້ເທື່ອລະ 3 ເດືອນ ແຕ່ລວມທັງໝົດບໍ່ໃຫ້ເກີນ 1 ປີ. ການຈັດຕັ້ງປະຕິບັດຜ່ານມາເຫັນວ່າຫລາຍຄະດີ ສາມາດດໍາເນີນແກ້ໄຂໄດ້ໄວ ຍ້ອນແຕ່ລະຝ່າຍໃຫ້ ການຮ່ວມມືປະຕິບັດກົດໝາຍຢ່າງເຂັ້ມງວດ ແຕ່ມີຫລາຍຄະດີກໍບໍ່ສາມາດດໍາເນີນຕາມກົດໝາຍກໍານົດ ເນື່ອງຈາກວ່າຄູ່ກໍລະນີຍັງບໍ່ໃຫ້ການຮ່ວມມື, ບໍ່ເຄົາລົບກົດໝາຍ, ບໍ່ສາມາດຕອບສະໜອງຂໍ້ມູນຫລັກຖານ, ພະຍາຍາມຂັດ ຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່, ເອົາຕົວລົບໜີ, ບັນດາອົງການທີ່ກ່ຽວຂ້ອງ ບໍ່ສາມາດຢັ້ງຢືນຂໍ້ມູນຫລັກຖານໃຫ້ຕາມກໍານົດເວລາ, ບາງກໍລະນີມີການແຊກແຊງການດໍາເນີນຄະດີ, ມີການແລ່ນຄະດີ ແລະ ອື່ນໆ ເຮັດໃຫ້ ການດໍາເນີນຄະດີຂອງເຈົ້າໜ້າທີພົບຄວາມຫຍຸ້ງຍາກ. ນອກນີ້, ການນໍາໃຊ້ມາດຕະການສະກັດກັ້ນ ຕາມກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ໄລຍະແຕ່ຕົ້ນປີ 2023 ມາຮອດປັດຈຸບັນ ແມ່ນສາມາດປະຕິບັດໄດ້, ແຕ່ເຖິງຢ່າງໃດກໍຕາມຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກມີບຸກຄົນ ແລະ ກຸ່ມຄົນທີ່ມີຖານະທາງສັງຄົມ, ມີອໍານາດທາງດ້ານເສດຖະກິດ, ມີບົດບາດໃນກົງຈັກລັດສວຍໃຊ້ສ່ອງຫວ່າງຂອງກົດໝາຍ, ຊີງຄວາມໄດ້ປຽບເພື່ອປົກປ້ອງຜູ້ກະທໍາຜິດ ແລະ ອື່ນໆ ເຫັນວ່າບໍ່ເຄົາລົບກົດໝາຍ, ເຮັດໃຫ້ການປະຕິບັດກົດໝາຍບໍ່ເຂັ້ມງວດ.
ໃນຕໍ່ໜ້າກະຊວງປ້ອງກັນຄວາມສະຫງົບ ຈະສືບຕໍ່ຍົກສູງວຽກງານສຶກສາອົບຮົມນໍາພາການເມືອງແນວຄິດນາຍ ແລະ ພົນຕໍາຫລວດ ເປັນກົກ, ເປັນຮາກຖານທີ່ສໍາຄັນ ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫລວດມີຄຸນທາດການ ເມືອງໜັກແໜ້ນ, ມີຄວາມຈົ່ງຮັກ ພັກດີຕໍ່ພັກ-ຕໍ່ລັດ, ມີຈັນຍາບັນ-ຈັນຍາທໍາ, ເປັນກໍາລັງຕໍາຫລວດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ; ນໍາພາ-ຊີ້ນໍາວຽກງານຂອງອົງການສືບສວນ-ສອບສວນ ໂດຍສະເພາະ ນໍາເອົາຕົວຜູ້ກະທໍາຜິດມາລົງໂທດຕາມລະບຽບກົດໝາຍ; ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ບໍາລຸງ-ຍົກລະດັບເຈົ້າໜ້າທີ່ສືບສວນ-ສອບສວນໃຫ້ກໍາ ແໜ້ນກົດໝາຍ, ແນວທາງ, ຫລັກການວິຊາສະເພາະ ກາຍເປັນອົງການທີ່ມີເຂັ້ມແຂງ ທາງດ້ານການຈັດຕັ້ງ, ເກັ່ງທາງດ້ານວິຊາສະເພາະ, ມີວິໄນ ແລະ ຫັນເປັນທັນສະໄໝ; ເອົາໃຈໃສ່ວຽກງານໂຄສະນາ, ປຸກລະດົມຂົນຂວາຍປະຊາ ຊົນໃຫ້ທົ່ວເຖິງ ແລະ ກວ້າງຂວາງ ກວ່າເກົ່າ.