ຈູດທຳລາຍ ນໍ້າມັນເຄື່ອງປອມ 83 ຕຸກ ແລະ ສິນຄ້າຕ້ອງຫ້າມ, ສິນຄ້າໝົດອາຍຸ ອີກຫລາຍລາຍການ

ວັນທີ 7 ພະຈິກ 2023, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮຸນ ແຂວງອຸດົມໄຊ ທຳລາຍສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້ານອກລະບົບ ໂດຍການເປັນປະທານຂອງ ທ່ານ ໄລພອນ ລິດຕະວົງ ປະທານກວດກາພັກ-ລັດເມືອງຮຸນ.
ທ່ານ ສຸດາລັດ ຂະນີແກ້ວ ຮັກສາການຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮຸນ ລາຍງານວ່າ: ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮຸນ ໄດ້ລົງກວດກາສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້ານອກລະບົບໃນເດືອນມີນາ ແລະ ເດືອນຕຸລາ 2023 ຢູ່ບັນດາຫ້າງຮ້ານຂາຍເຄື່ອງຍົກ-ຮ້ານຂາຍເຄື່ອງຍ່ອຍ ແລະ ຮ້ານຈຳໜ່າຍອາໄຫຼ່ລົດພາຍໃນເມືອງພົບເຫັນສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້ານອກລະບົບທັງໝົດ ຈຳນວນ 11 ລາຍການຄື: ນໍ້າມັນເຄື່ອງຮອນດ້າຂອງປອມຈຳນວນ 83 ຕຸກ, ໂສ້ຈັກສະຕິນ 2 ເສັ້ນ, ອາຫານສຳເລັດຮູບ 8 ລາຍການ, ເຂົ້າໜົມແຄມປັດໂລຕັດ 2 ລາຍການ, ເລົາປືນແກັບ 1 ອັນ ແລະ ລູກຫວ່ານເບີ 4 ຈຳນວນ 35 ກິໂລ. ລວມມູນຄ່າທັງໝົດ 10.142.000 (ສິບລ້ານໜຶ່ງແສນສີ່ສິບສອງພັນກີບ). ຈາກນັ້ນ ບັນດາຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນນຳເອົາເຄື່ອງດັ່ງກ່າວໄປຈູດທຳລາຍຖິ້ມ.

