ວັນທີ 8 ພະຈິກ 2023 ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ແລະ ຄຳຖາມເຈາະຈິ້ມຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນຫລາຍບັນຫາສຳຄັນ ເປັນຕົ້ນ ການແກ້ໄຂໂຄງການນອກແຜນ ຕາມຜົນການກວດກາຂອງອົງການກວດກາແຫ່ງລັດ ແລະ ການຈັດຕັ້ງປະຕິບັດການເຈລະຈາ ຕໍ່ລອງມູນຄ່າໂຄງການ ຕາມຜົນການກວດກາ ທີ່ຍັງມີມູນຄ່າລາຄາສູງກວ່າມູນຄ່າລາຄາ ທີ່ກະຊວງກ່ຽວຂ້ອງວາງອອກ 20% ຂຶ້ນໄປ ຕໍ່ກັບບັນຫາດັ່ງກ່າວ, ກະຊວງ ຜທ ໄດ້ສຸມໃສ່ແກ້ໄຂ ໂດຍໄດ້ສົມທົບກັບຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງລັດຖະບານ ເພື່ອເລັ່ງປັບປຸງແກ້ໄຂ ໃຫ້ສຳເລັດ ແລະ ສອດຄ່ອງກັບລະບຽບການທີ່ໄດ້ກຳນົດໄວ້.
ທ່ານ ຄຳເຈນ ວົງໂພສີ ໄດ້ຊີ້ແຈງວ່າ: ການແກ້ໄຂໂຄງການນອກແຜນ ຕາມຜົນການກວດກາຂອງ ອົງການກວດກາແຫ່ງລັດ ໂດຍລວມແລ້ວພາກສ່ວນກ່ຽວຂ້ອງທີ່ເປັນເຈົ້າຂອງໂຄງການລ້ວນແຕ່ໄດ້ເອົາໃຈໃສ່ຄົ້ນຄວ້າ ບັນດາໂຄງການນອກແຜນດັ່ງກ່າວ ເພື່ອຈັດສັນເຂົ້າແຜນການລົງທຶນຂອງລັດໃນຂະແໜງການທີ່ຕົນຮັບຜິດຊອບ ທັງໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ເຖິງຢ່າງໃດກໍຕາມ ເຫັນວ່າມີໂຄງການນອກແຜນ ຈຳນວນໜຶ່ງບໍ່ສາມາດປະກອບເອກະສານຄືນໄດ້ຍ້ອນຂໍ້ມູນຍັງບໍ່ທັນຄົບຖ້ວນ. ສະນັ້ນ, ທິດທາງຕໍ່ໜ້ານີ້ ກະຊວງ ຜທ ຈະໄດ້ສືບຕໍ່ປຶກສາກັບຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານ ປະກອບເອກະສານຄືນຂອງບັນດາໂຄງການນອກແຜນ ໃຫ້ຄົບຖ້ວນຕາມ ມາດຕາ 22 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ. ສຳລັບ ການກວດກາຄືນບັນດາໂຄງການນອກແຜນຈຳນວນ 37 ໂຄງການ, ມູນຄ່າ 1.244,71 ຕື້ກີບ ບໍ່ຖືກຕາມລະບຽບການທີ່ກຳນົດໄວ້ນັ້ນ, ກະຊວງແຜນການ ແລະ ການລົງທຶນ ຈະໄດ້ສືບຕໍ່ປະສານສົມທົບກັບອົງການກວດສອບແຫ່ງລັດ ເພື່ອເອົາຂໍ້ມູນລະອຽດ ແລະ ດໍາເນີນການປະສານພາກສ່ວນກ່ຽວຂ້ອງ ຫລື ທ້ອງຖິ່ນດຳເນີນການໃຫ້ຖືກລະບຽບກົດໝາຍ.
ສ່ວນການຈັດຕັ້ງປະຕິບັດ ການເຈລະຈາ ຕໍ່ລອງມູນຄ່າໂຄງການ ຕາມຜົນການກວດກາ ທີ່ຍັງມີມູນຄ່າລາຄາສູງກວ່າມູນຄາລາຄາທີ່ກະຊວງກ່ຽວຂ້ອງວາງອອກ 20% ຂຶ້ນໄປ ເຫັນວ່າຂະແໜງການ ແລະ ທ້ອງຖິ່ນ ກໍໄດ້ພະຍາຍາມຈັດຕັ້ງປະຕິບັດຕາມຂໍ້ຕົກລົງວ່າດ້ວຍການນົດຫລັກການ ແລະ ວິທີການໃນການເຈລະຈາຕໍ່ລອງມູນຄ່າໂຄງການລົງທຶນຂອງລັດ ໂດຍເຈົ້າຂອງໂຄງການໄດ້ແຕ່ງຕັ້ງຄະນະລົງເຈລະຈາຕໍ່ລອງ ແລະ ດຳເນີນຕາມຂັ້ນຕອນຂອງລະບຽບການກ່ຽວຂ້ອງ, ແຕ່ຜ່ານການການລາຍງານຂອງພາກສ່ວນກ່ຽວຂ້ອງ ເຫັນວ່າການຈັດຕັ້ງປະຕິບັດການຕໍ່ລອງຕົວຈິງພົບຄວາມຫຍຸ້ງຍາກບໍ່ໜ້ອຍ ເນື່ອງຈາກຫົວໜ່ວຍລາຄາທີ່ຂະແໜງການກ່ຽວຂ້ອງກຳນົດອອກ ບໍ່ແທດເໝາະກັບກາລະເທສະ, ທັງບໍ່ແທດເໝາະກັບສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ ແລະ ອີກດ້ານໜຶ່ງຕົວເລກການຂຶ້ນແຜນຊຳລະໃຫ້ບັນດາໂຄງການ ທີ່ຖືກຕໍ່ລອງໄດ້ແລ້ວກໍ່ມີຄວາມຈຳກັດຫລາຍ, ເຊິ່ງບໍ່ສາມາດປະຕິບັດໄດ້ຕາມສັນຍາ. ໃນບັນຫານີ້ ທີ່ຜ່ານມາ ຜູ້ປະກອບການໄດ້ສະເໜີໃຫ້ກໍານົດໄລຍະການຊໍາລະໃຫ້ລະອຽດ ແລະ ຊັດເຈນ. ສະນັ້ນ, ຕໍ່ບັນຫາດັ່ງກ່າວນີ້ຂະແໜງການກ່ຽວຂ້ອງລັດຖະບານ ຈະໄດ້ສືບຕໍ່ຮ່ວມກັນຄົ້ນຄວ້າຫລັກການ ແລະ ວິທີການ ໃນການຊຳລະໃຫ້ແກ່ບັນດາໂຄງການທີ່ໄດ້ຮັບການຕໍ່ລອງແລ້ວນັ້ນໃຫ້ສໍາເລັດໂດຍໄວ.
ສຳລັບ ຄຳຊັກຖາມ ກ່ຽວກັບ ການຈັດຕັ້ງປະຕິບັດມະຕິ ທີ່ໄດ້ກໍານົດ 6 ມາດຕະການຕໍ່ກະຊວງແຜນການ ແລະ ການລົງທຶນ ໃນການປັບປຸງແກ້ໄຂຜົນການກວດສອບ ມາຮອດປັດຈຸບັນກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຕັ້ງປະຕິບັດແກ້ໄຂຄືແນວໃດ ໃນນັ້ນ, ກະຊວງແຜນການ ແລະ ການລົງທຶນ ໄດ້ຕິດຕາມ ແລະ ຊຸກຍູ້ ຫົວໜ່ວຍງົບປະມານ ທີ່ຄຸ້ມຄອງໂຄງການລົງທຶນຂອງລັດ ເພື່ອກວດຄືນການຈັດຕັ້ງປະຕິບັດສັນຍາຮັບເໝົາກໍ່ສ້າງ ຈຳນວນ 5 ໂຄງການ ໃຫ້ສຳເລັດຕາມແຜນດຳເນີນງານ.