ເມືອງຊະນະສົມບູນ ຈູດທຳລາຍອາວຸດລ່າເນື້ອ 300 ກວ່າ ກະບອກ ແລະ ຕົ້ນກະທ່ອມ 8 ຕົ້ນ

ວັນທີ 7 ພະຈິກ 2023, ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງຊະນະສົມບູນ ແຂວງຈຳປາສັກ ຈູດທໍາລາຍອາວຸດລ່າເນື້ອ ແລະ ຕົ້ນກະທ່ອມ.
ພັທ ສຸລິວັນ ບຸນສະຫງ່າ ຫົວໜ້າກ້ອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ຊະນະສົມບູນ ລາຍງານວ່າ: ຕະຫລອດໄລຍະຜ່ານມາ ກອງບັນຊາການ ປກສ ເມືອງຊະນະສົມບູນ ສົມທົບກັບຫລາຍພາກສ່ວນທີ່ກ່ຽວຂ້ອງ ລົງກວດກາຢຶດອາວຸດລ່າເນື້ອທຸກປະເພດ ກັບພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ ທີ່ມີການນຳໃຊ້ອາວຸດລ່າສັດຕາມເຂດປ່າສະຫງວນ ສາມາດກວດຢຶດທ້ອນໂຮມອາວຸດປືນໄດ້ທັງໝົດ 161 ກະບອກ ໃນນັ້ນ, ມີປືນແກັບ 160 ກະບອກ ແລະ ປືນແບ໋ງ 1 ກະບອກ.
ນອກຈາກນີ້, ຍັງມີກຸ່ມຄົນຈຳນວນໜຶ່ງ ເຄື່ອນໄຫວເສບນ້ຳກະທ່ອມ ແລະ ປູກຕົ້ນກະທ່ອມ ສາມາດພົບເຫັນພາກສ່ວນດື່ມນ້ຳກະທ່ອມ 17 ຄົນ, ຍິງ 2 ຄົນ, ປະຊາຊົນລັກລອບປູກຕົ້ນກະທ່ອມຈຳນວນ 8 ຕົ້ນ.
