ລາວ-ສ.ເກົາຫລີ ລົງນາມບົດບັນທຶກວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ເມືອງ ໂກເອຊານ ຕາມລະດູການ

ການເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ສ.ເກົາຫລີ ຕາມລະດູການ ລະຫວ່າງ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ເມືອງ ໂກເອຊານ, ແຂວງ ຊັງຈອງບຸກໂດ ສ.ສ.ເກົາຫລີ ດຳເນີນໄປ ວັນທີ 7 ພະຈິກ 2023ນີ້, ຕາງໜ້າເຊັນໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວ ໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Song In-heon ເຈົ້າເມືອງ ໂກເອຊານ ແຂວງ ຊັງຈອງບຸກໂດ, ສ.ສ.ເກົາຫລີ .

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ລາຍງານວ່າ: ນັບແຕ່ປີ 2022 ມາຮອດປັດຈຸບັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມສັນຍາຮ່ວມມືດ້ານການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ ຮ່ວມກັບ 47 ເມືອງ ຂອງ ສ.ສ.ເກົາຫລີ ແລະ ໄດ້ຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ ທັງໝົດຫຼາຍກວ່າ 2.130 ຄົນ, ຍິງ 989 ຄົນ. ການຮ່ວມມືກັນ ລະຫວ່າງ ກົມການຈັດຫາງານກະຊວງ ຮສສ ແລະ ເມືອງ ໂກເອຊານ ໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ ເມືອງ ໂກເອຊານ ໃນຄັ້ງນີ້, ຈະເປັນບາດກ້າວສໍາຄັນ ແລະ ສ້າງຜົນປະໂຫຍດໃຫ້ທັງສອງຝ່າຍ. ສໍາລັບ ແຮງງານຂອງ ສປປ ລາວ ກໍຈະໄດ້ຮັບການພັດທະນາສີມືແຮງງານ ແລະ ມີລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ ພ້ອມທັງຈະຊ່ວຍຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ຂອງ ສປປ ລາວຕື່ມອີກ.