ແຮງານລາວໄປຕ່າງປະເທດ ທັງຖືກກົດໝາຍ ແລະ ຜິດກົດໝາຍ 338.000 ກວ່າ ຄົນ ສົ່ງເງິນກັບປະເທດ 38 ລ້ານກວ່າໂດລາຕໍ່ເດືອນ

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈ້ງ ຕໍ່ຄໍາຊັກຖາມຂອງສະມາຊິກຊະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ພະຈິກ 2023 ນີ້ວ່າ:
ການສົ່ງແຮງງານງານລາວໄປເຮັດວຽກຢູ່ຕ່າງປະເທດ ແມ່ນທາງເລືອກໜຶ່ງທີ່ນອກຈາກຈະເປັນການເປີດໂອກາດໃຫ້ແຮງງານລາວ ໄດ້ຝຶກທັກສະສີມືແຮງງານ, ມີລະບຽບວິໄນ, ຮຽນຮູ້ນຳໃຊ້ເຕັກວິຊາການທີ່ທັນສະໄໝໃນລະບົບເສດຖະກິດອຸດສາຫະກຳແລ້ວ, ໃນເວລາແຮງງານເຫຼົ່ານີ້ ກັບຄືນປະເທດກໍສາມາດນຳເອົາບົດຮຽນ ຫຼື ທັກສະສີມືແຮງງານ ມາປະຕິບັດຢູ່ຕຳແໜ່ງງານພາຍໃນ ຫຼື ສາມາດນຳເອົາຄວາມຮູ້ດັ່ງກ່າວ ມາປະກອບອາຊີບອິດສະລະ ແລະ ກາຍເປັນຜູ້ປະກອບການໃນອະນາຄົດ.
ມາຮອດປັດຈຸບັນສາມາດສົ່ງແຮງງານລາວອອກໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດຫມາຍແລ້ວຈໍານວນ 134.879 ຄົນ ແລະ ມີແຮງງານທີ່ໄປແບບຜິດກົດໝາຍຈໍານວນ 203.161 ຄົນ ແລະ ສັງລວມເງິນທີ່ແຮງງານສົ່ງກັບຄືນປະເທດທັງໝົດ ຈໍານວນ 38.131.388 ໂດລາຕໍ່ເດືອນ. ສຳລັບສາເຫດທີ່ແຮງງານລາວໄປອອກແຮງງານຢູ່ຕ່າງປະເທດນັ້ນແມ່ນ ປະເທດທີ່ຮັບພົບພໍ້ກັບບັນຫາການຂາດແຄນແຮງງານສູງ ມີຄວາມຕ້ອງການແຮງງານຕ່າງປະເທດເຂົ້າໄປທົດແທນ.
ສາເຫດການຂາດແຄນແຮງງານພາຍໃນ ແມ່ນເກີດຈາກສອງປັດໄຈຫຼັກຄື: ປັດໄຈພາຍນອກ ແລະ ປັດໄຈພາຍໃນປະເທດ ເຊັ່ນ:
ປັດໄຈພາຍນອກ: ຍ້ອນໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ- 19 ແລະ ການຜັນແປຂອງເສດຖະກິດໂລກ ໃນປັດຈຸບັນຊຶ່ງເປັນຜົນກະທົບຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຫຼີກລ່ຽງບໍ່ໄດ້ ເຮັດໃຫ້ເກີດສະພາບເງິນເຟີ ສົ່ງຜົນກະທົບຕໍ່ທຸກຫົວໜ່ວຍການຜະລິດ ເຮັດໃຫ້ຕົ້ນທຶນການຜະລິດ, ລາຄາສິນຄ້າໃນທ້ອງຕະຫຼາດສູງຂຶ້ນ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ສະພາບການດໍາລົງຊີວິດຂອງຊາວຜູ້ອອກແຮງງານລາວ ນອກຈາກນັ້ນປະເທດເພື່ອນບ້ານເຂົາເຈົ້າກໍມີສະພາບຂາດແຄນແຮງງານ ແລະ ພະຍາຍາມສ້າງນະໂຍບາຍເພື່ອດຶງດູດເອົາແຮງງານລາວໄປເຮັດວຽກໃນຕຳແໜ່ງງານດັ່ງກ່າວ.
ປັດໄຈພາຍໃນ: ຕຳແໜ່ງງານພາຍໃນປະເທດທີ່ຕ້ອງການຈຳນວນຫຼວງຫຼາຍ ແຕ່ຍັງບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຕົວຈິງດ້ານການລ້ຽງຊີບ ຂອງແຮງງານລາວ ເປັນຕົ້ນ ດ້ານເງິນເດືອນ ແລະ ສະຫວັດດີການຕ່າງໆສຳລັບຕຳແໜ່ງງານທີ່ມີເງິນເດືອນສູງ ເງື່ອນໄຂການເຂົ້າເຖິງຕຳແໜ່ງງານກໍສູງຕາມກັນ ເຮັດໃຫ້ແຮງງານລາວເຂົ້າເຖິງຕຳແໜ່ງງານເຫຼົ່ານັ້ນໄດ້ໜ້ອຍ. ນອກຈາກນີ້ ແນວຄິດຂອງແຮງງານລາວ ສ່ວນໃຫຍ່ມີຄ່ານິຍົມໄປເຮັດວຽກຢູ່ຕ່າງປະເທດ.