ລັດຖະມົນຕີກະຊວງສາທາລະນະສຸກ ເນັ້ນໜັກໃຫ້ຖືເອົາວຽກງານການບໍລິການດ້ານສຸຂະພາບ ມີຄຸນນະພາບ ມີຈັນຍາບັນ ຈັນຍາທໍາ ແລະ ຄວາມສະເໝີພາບ ເປັນສໍາຄັນ

ໃນໂອກາດທີ່ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະການນຳກະຊວງສາທາລະນະສຸກ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍຊຸມຊົນເມືອງເງິນ ແຂວງໄຊຍະບູລີ ວັນທີ 3 ພະຈິກ 2023.

ທ່ານ ບຸນເລືອນ ບົວໄລ ຮອງເຈົ້າເມືອງໆເງິນ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ໄດ້ລາຍງານຫຍໍ້ ສະພາບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ຢູ່ເມືອງເງິນ ຊຶ່ງການນໍາພາ-ຊີ້ນໍາຕໍ່ວຽກງານສາທາລະນະສຸກ ຍາມໃດກໍຖືເປັນວຽກບຸລິມະສິດ, ຄະນະພັກ-ອົງການປົກຄອງເມືອງ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດ ແລະ ຕິດພັນກັບການຊຸກຍູ້ວຽກວິຊາສະເພາະໄດ້ສຸມໃສ່ການຈັດຕັ້ງປະຕິບັດ ນະໂຍ ບາຍດ້ານສາທາລະນະສຸກທີ່ວ່າຖືເອົາວຽກງານການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍໄປພ້ອມກັບການຖືເອົາວຽກງານການປິ່ນປົວ ສະໜອງການບໍລິການ ດ້ານສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ແລະ ສະເໝີພາບ ເປັນສໍາຄັນ ສຸມໃສ່ການປັບປຸງຄຸນນະພາບການບໍລິການປິ່ນປົວຢູ່ໂຮງໝໍແຕ່ລະຂັ້ນ ໃຫ້ເປັນໄປຕາມນະໂຍບາຍ 5 ດີ 1 ພໍໃຈ.

ມາຮອດປັດຈຸບັນທົ່ວເມືອງມີບ້ານສາທາລະນະສຸກແບບຢ່າງທັງໝົດ 22 ບ້ານ ເທົ່າກັບ 100% ພິເສດເມືອງເງິນ ສາມາດປະກາດເປັນເມືອງຢຸດຕິການຖ່າຍຊະຊາຍ ທົ່ວເມືອງມີໂຮງໝໍຊຸມຊົນເມືອງ 1 ແຫ່ງ, ມີໂຮງໝໍນ້ອຍ 6 ແຫ່ງ, ການເຂົ້າເຖິງການບໍລິການໄດ້ປົກຄຸມເອົາ 100% ຕອນທ້າຍ ທ່ານ  ບຸນແຝງ ພູມມະໄລສິດ ກໍໄດ້ມີຄຳເຫັນຊີ້ນຳ ແລະ ເນັ້ນໜັກໃຫ້ບັນດາບຸກຄາລະກອນ ໃຫ້ຖືເອົາວຽກງານການປິ່ນປົວສະໜອງການບໍລິການດ້ານສຸຂະພາບ ມີຄຸນນະພາບ ມີຈັນຍາບັນ ຈັນຍາທໍາ ແລະ ຄວາມສະເໝີພາບ ເປັນສໍາຄັນ ສຸມໃສ່ການປັບປຸງຄຸນນະພາບການບໍລິການ ປິ່ນປົວຢູ່ໂຮງໝໍໃຫ້ເປັນໄປຕາມນະໂຍບາຍ 5 ດີ 1 ພໍໃຈ ເພື່ອແນໃສ່ເຮັດໃຫ້ວຽກສາທາລະນະສຸກເມືອງເງິນ, ໄດ້ມີທວງທ່າຂະຫຍາຍຕົວ ແລະ ມີຄຸນນະພາບຂຶ້ນໄປເລື້ອຍໆ.

ຈາກນັ້ນ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ລົງກວດເບິ່ງໂຄງການກໍ່ສ້າງ ສະຖານທີ່ບຳບັດນ້ຳເສຍ ຢູ່ໂຮງໝໍຊຸມຊົນເມືອງເງິນ ອີກດ້ວຍ.