ງານບຸນນະມັດສະການພະທາດຫລວງວຽງຈັນ ປີ 2023 ຈະຈັດຂຶ້ນເປັນເວລາ 5 ວັນ ເລີ່ມແຕ່ ວັນທີ 23-27 ພະຈິກ

ວັນທີ 3 ພະຈິກ 2023, ອົງການປົກຄອງນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມ ແລະ ດໍາເນີນການຈັດງານບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈໍາປີ 2023, ເປັນປະທານຂອງທ່ານ ອາດສະພັງ ທອງ ສີພັນດອນ ເຈົ້າຄອງນະ ຄອນຫລວງວຽງຈັນ.
ງານປະເພນີບຸນນະມັດສະຫານພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈໍາປີ 2023 ຈະໄດ້ຈັດຂຶ້ນເປັນເວລາ 5 ວັນ ເລີ່ມແຕ່ ວັນທີ 23-27 ພະຈິກ 2023 ຢູ່ຂອບເຂດເດີ່ນພະທາດຫລວງ ແລະ ສູນການຄ້າລາວ-ໄອເຕັກ, ເຊິ່ງບັນດາກິດຈະກໍາປະກອບມີວັນທີ 23 ພະຈິກ 2023 ເວລາ 16:30 ໂມງ ເປັນມື້ເປີດງານປີທ່ອງທ່ຽວລາວ 2024 ແລະ ງານວາງສະແດງຂາຍສິນຄ້າ ວັນທີ 24 ພະຈິກ 2023 ເວລາ 16:30 ໂມງ, ສືບຕໍ່ຄົບງັນຕາມປະເພນີ ວັນທີ 25 ພະຈິກ 2023 ເວລາ 16:30 ສູດປະລິຕະມຸງຄຸນຢູ່ທີ່ດ້ານໃນກົມມະລຽນພະທາດຫລວງ; ວັນທີ 26 ພະຈິກ 2023 ເວລາ 13:30 ໂມງ ພິທີແຫ່ຜາສາດເຜີ້ງ; ວັນທີ 27 ພະຈິກ 2023 ເວລາ 7:00 ໂມງ ພິທີໃສ່ບາດຖວາຍສັງຄະທານ ເວລາ 13:00 ໂມງ, ພິທີແຂ່ງຂັນກີລາພື້ນບ້ານຕີຄື ເວລາ 19:30 ໂມງ, ພິທີວຽນທຽນ ແລະ ຈູດບັ້ງໄຟສັກກາລະບູຊາພະທາດຫລວງ ແລະ ຄົບງັນຕາມ ປະເພນີ ໂດຍເປີດໃຫ້ມ່ວນຊົນເຂົ້າທ່ຽວຊົມງານເລີ່ມແຕ່ເວລາ 9-23:00 ໂມງ.
ງານບຸນຄັ້ງນີ້ໄດ້ກໍານົດເອົາຂອບເຂດກົມມະລຽນດ້ານໃນເປັນບ່ອນສັກກາລະບູຊາໄຫວ້ພະທາດຫລວງເປັນບ່ອນເຮັດພິທີທາງສາສະໜາ ແລະ ຮີດຄອງປະເພນີກໍານົດເຂດກົມມະລຽນດ້ານນອກບໍ່ມີການຂາຍສິນຄ້າທຸກປະເພດ, ຍົກເວັ້ນດອກໄມ້, ທູບທຽນບູຊາ ແລະ ກິດຈະກໍາທີ່ຄະນະກໍາມະການອະນຸຍາດ ສະເພາະເຂດສະໜາມຫລວງແບ່ງອອກເປັນ 4 ເຂດຄື: ເຂດ A: ດ້ານ ເໜືອນັບແຕ່ແຈຕິດຖະຫນົນໄກສອນພົມວະຫານຫາ ທາງເຂົ້າສະພາແຫ່ງຊາດດ້ານເໜືອແມ່ນເປັນບ່ອນວາງສະແດງ-ຈໍາໜ້າສິນຄ້າປະເພດບໍລິສັດຂາອອກ-ຂາເຂົ້າ, ສິນຄ້າໃຊ້ສອຍທົ່ວໄປ, ທັງເປັນບ່ອນຈອດລົດຂອງຄະນະກໍາມະການ ແລະ ເຄື່ອງ ຫລິ້ນທົ່ວໄປ (ລົດຊິງ ເຄື່ອງ ສະໄລເດີ); ເຂດ B: ຕໍ່ໜ້າສະພາແຫ່ງຊາດຫລັງໃໝ່ມີລານສາຍຮູບເງົາເວທີສະແດງກິດຈະກໍາຂອງໄວໜຸ່ມ, ວາງລໍ້ເຄື່ອງດື່ມ, ອາຫານເບົາແບບ, ຍຸກໃໝ່ສໍາລັບໄວໜຸ່ມ (ບໍ່ມີເຄື່ອງດື່ມທີ່ມີທາດເຫລົ້າ; ເຂດ C: ນັບແຕ່ແຈສະພາແຫ່ງຊາດດ້ານໃຕ້ຫາປະຕູທາງເຂົ້າສວນອານຸສາວະລີເຈົ້າໄຊເສດຖາພື້ນທີ່ຟຸດບາດທາງແມ່ນວາງສະແດງສິນຄ້າຜະລິດຕະພັນພາຍໃນ ແລະ ສິນຄ້າຄອບຄົວຕົວແບບຂອງ ນວ. ສໍາລັບພື້ນທີ່ທາງກາງເດີ່ນສະໜາມຫລວງແມ່ນຕົບແຕ່ງເປັນເຂດວາງສະແດງການທ່ອງທ່ຽວ ວາງສະແດງສິນຄ້າ ແລະ ຜະລິດຕະພັນບັນດານະຄອນທັງພາຍໃນ ແລະ ຕ່າງປະເທດທີ່ຖືກເຊີນ (ເພື່ອຈັດເປັນເຂດ ໃຫ້ແຂກເຂົ້າທ່ຽວຊົມທາງການ) ແລະ ເຂດ; D: ນັບແຕ່ທາງເຂົ້າປະຕູສວນອານຸສາວະລີເຈົ້າໄຊເສດຖາ ຫາກໍາແພງຮົ້ວສະຖານີໄຟຟ້າເຂດທາດຫລວງແມ່ນເປັນບ່ອນຕັ້ງຜາມກໍາມະການ ແລະ ການວາງສະ ແດງຂາຍເບ້ຍໄມ້ກະສິກໍາ ເນັ້ນເປັນສວນຕົ້ນໄມ້ປະດັບ, ແຄມຮົ້ວຟາກກົງກັນຂ້າມແມ່ນວາງສະແດງຈໍາໜ້າສິນຄ້າປະເພດອຸດສາຫະກໍາປຸງແຕ່ງພາຍໃນ ໂດຍກໍານົດເຕັ້ມຈອມຈົບງາມ ແລະ ກາງເດີ່ນເປັນ ບ່ອນຕັ້ງເວທີສິລະປະມວນຊົນ (ເວທີກາງ) ແລະ ບ່ອນຕໍຄືໃນງານບຸນ. ສ່ວນງານວາງສະແດງຂາຍສິນຄ້າຢູ່ສູນການຄ້າລາວ-ໄອເຕັກ ໄດ້ກໍານົດຂາຍສິນຄ້າປະເພດຫັດຖະກໍາ ສິນຄ້າອຸດສາຫະກໍາ ແລະ ເຄື່ອງໃຊ້ສອຍທົ່ວໄປທັງ ພາຍໃນ ແລະ ຕ່າງປະເທດ.

