ກໍ່ເຫດລັກສາຍໄຟມາແລ້ວຫລາຍຄັ້ງ ສຸດທ້າຍຖືກຈັບໃນຂະນະລົງມືລັກພ້ອມອຸປະກອນທີ່ໃຊ້ກໍ່ເຫດ
ພັທ ສອນສະຫວັນ ຕັນມີໄຊ ຮອງພະແນກຕຳຫລວດ ປກສ ເມືອງປາກງື່ມ ນະຄອນຫລວງວຽງຈັນ ລາຍງານໃນວັນທີ 3 ພະຈິກ 2023 ວ່າ: ຕົ້ນເດືອນ ຕຸລາ ທີ່ຜ່ານມາ ປກສ ເມືອງປາກງື່ມ ໄດ້ຮັບແຈ້ງຈາກສະຖານີໄຟຟ້າ ນາບົງ ວ່າມີຄົນຮ້າຍເຂົ້າມາລັກຕັດເອົາສາຍໄຟ, ຈາກນັ້ນ ຈຶ່ງໄດ້ລົງກວດກາສະຖານທີ່ເກີດເຫດພົບເຫັນຮ່ອງຮອຍ ຄົນຮ້າຍ ເຂົ້າມາລັກຕັດເອົາສາຍໄຟຟ້າ ເປັນສາຍກາວທອງແດງ ແລະ ເຫລັກຕະແກງ ຈຳນວນໜຶ່ງ. ເຊິ່ງສາຍໄຟຟ້າທີ່ໄດ້ຮັບຄວາມເສຍຫາຍມີ 16 ຈຸດ, ຍາວ1.267 ແມັດ, ມູນຄ່າເສຍຫາຍຫລາຍກວ່າ 300 ລ້ານກີບ,
ຕໍ່ມາເຈົ້າໜ້າທີ່ໄດ້ຂຶ້ນບັນຊີເປົ້າໝາຍຕິດຕາມ, ຈົນມາຮອດວັນທີ 12 ຕຸລາ 2023 ເຈົ້າໜ້າທີ່ສາມາດກັກຕົວເປົ້າໝາຍທີ່ສົງໄສໄດ້ 1 ຄົນ ຊື່ ທ້າວ ແສງ ອາຍຸ 37 ປີ ຢູ່ບ້ານ ນາບົງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ແລະ ຜ່ານການສອບສວນຜູ້ກ່ຽວຍອມຮັບສາລະພາບວ່າ: ວັນທີ 10 ຕຸລາ 2023 ຜູ້ກ່ຽວໄດ້ກະກຽມອຸປະກອນເພື່ອໄປລັກເອົາສາຍໄຟຟ້າແທ້ ໃຊ້ເວລາ ປະມານ 10 ນາທີ ກໍ່ສຳເລັດ ແລະ ມື້ຕໍ່ມາຈຶ່ງໄດ້ກຽມເຄື່ອງມືໄປລັກຕັດສາຍໄຟອີກ ແຕ່ຖືກເຈົ້າໜ້າທີ່ກັກຕົວໄດ້ກ່ອນ.
