ສະມາພັນທະລັດ ສະວິດ ຍິນດີທີ່ຈະສືບຕໍ່ການຮ່ວມມື ແລະ ການຊ່ວຍເຫລືອແກ່ ສປປ ລາວ

ວັນທີ 2 ພະຈິກ 2023, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເປໂດຣ ສະວາເລັນ (Pedro Zwahlen), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະມາພັນທະລັດ ສະວິດ ປະຈຳ ລາວ, ເຊິ່ງມີສໍານັກງານຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ.
ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ຕໍ່ ທ່ານ Pedro Zwahlen ທີ່ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ ປະຈໍາ ສປປ ລາວ. ພ້ອມທັງ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະວິດ ຕະຫລອດໄລຍະຜ່ານມາ, ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ກັນຍາ 1963, ສປປ ລາວ ແລະ ສະວິດ ໄດ້ມີການພົວພັນຮ່ວມມືອັນດີນຳກັນ ແລະ ມີທ່າເຕີບໃຫຍ່ຂະຫຍາຍ ຕົວຂຶ້ນເລື້ອຍໆ, ເຊິ່ງປີນີ້້ຖືເປັນປີທີ່ມີຄວາມໝາຍສໍາຄັນທີ່ສອງຝ່າຍຮ່ວມກັນ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະວິດ ຄົບຮອບ 60 ປີ ແລະ ພິທີສະເຫລີມສະຫລອງດັ່ງກ່າວ ກໍຈະມີຂຶ້ນໃນຄ່ຳຄືນຂອງ ວັນທີ 2 ພະຈິກ 2023. ນອກນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມເປັນປະທານ ອາຊຽນ ຂອງ ສປປ ລາວ ແລະ ເປີດປີທ່ອງທ່ຽວລາວ ໃນປີ 2024.
ຂະນະດຽວກັນ, ທ່ານ ເອກອັກຄະລັດຖະທູດ Pedro Zwahlen ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ, ທັງຍັງໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ການຮ່ວມມື ແລະ ການຊ່ວຍເຫລືອແກ່ ສປປ ລາວ, ລວມເຖິງການເປັນປະທານອາຊຽນຂອງ ສປປ ລາວ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ແລະ ຍັງໄດ້ສະແດງຄວາມຢືນຢັນວ່າ ໃນໄລຍະການປະຕິ ບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈະເຮັດສຸດຄວາມສາມາດ ເພື່ອສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ສະວິດ-ລາວ ໃຫ້ນັບມື້ນັບດີຂຶ້ນ.

