ຝຶກວິຊາຊີບໃຫ້ນັກໂທດຢູ່ຄ້າຍຄຸມຂັງຕານປ່ຽວ ເພື່ອໃຫ້ມີອາຊີບຕິດຕົວ ເມື່ອພົ້ນໂທດອອກໄປສູ່ສັງຄົມ

ວັນທີ 1 ພະຈິກ 2023,  ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫລວດຄຸມຂັງ-ດັດສ້າງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ບັນດາກິດຈະກໍາຂອງນັກໂທດ-ດັດສ້າງ ຢູ່ຄ້າຍຄຸມຂັງພາກກາງຕານປ່ຽວ ແຂວງວຽງຈັນ.

ພັອ ພັດສະດີ ນວນອາສາ ຫົວໜ້າຄ້າຍຄຸມຂັງພາກກາງຕານປ່ຽວ ລາຍງານໃຫ້ຮູ້ວ່າ: ຄ້າຍຄຸມຂັງພາກກາງຕານປ່ຽວ ແຂວງວຽງຈັນ ປະກອບມີເຮືອນຂັງທັງໝົດ 11 ຫລັງ, ມີໜຶ່ງຫລັງສະເພາະກັກຂັງເພດຍິງ, ແຕ່ລະຫລັງມີກຳແພງອ້ອມຮອບ, ແຕ່ລະຫລັງປະກອບມີ 16 ຫ້ອງ, ຫ້ອງໜຶ່ງ ສາມາດບັນຈຸນັກໂທດໄດ້ 40-45 ຄົນ ແລະ ເຮືອນຂັງໜຶ່ງຫລັງ ສາມາດບັນຈຸນັກໂທດໄດ້ 800-900 ຄົນ, ເຊິ່ງທົ່ວຄ້າຍສາມາດບັນຈຸນັກໂທດໄດ້ປະມານ 8.000-9.000 ຄົນ. ນອກນີ້, ຄ້າຍແຫ່ງນີ້ ແມ່ນໄດ້ຮັບເອົານັກໂທດ ຜູ້ທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດ ໂດຍກຳນົດໂທດແຕ່ໂທດຕັດສິນ 5 ປີ ຂື້ນໄປ ຫາໂທດປະຫານຊີວິດ ແລະ ດັດສ້າງພໍ່-ແມ່ຝາກຈຳນວນໜຶ່ງ.

ສໍາລັບກິດຈະກຳການຜະລິດຝຶກວິຊາຊີບ ປະກອບມີຫລາຍກິດຈະກຳ ຄື: ເຮັດວິກຜົມປອມ, ຫັດຖະກໍາ, ເຟີນີເຈີ, ຜະລິດດິນບ໋ອກ, ຝືກການກໍ່ສ້າງ, ຕັດຫຍິບ, ຕໍ່າແຜ່ນແພໄໝ, ຈັກສານ, ຜະລິດນໍ້າດື່ມ, ຜະລິດນໍ້າກ້ອນ ແລະ ປູກຜັກລົ້ມລຸກ ເພື່ອຕອບສະໜອງເຂົ້າເຮືອນຄົວລວມ ແລະ ປູກມັນຕົ້ນຈໍານວນ 10 ເຮັກຕາ. ທັງນີ້, ກໍເພື່ອເຮັດໃຫ້ນັກໂທດ-ຜູ້ຖືກດັດສ້າງ ມີແນວຄິດທັດສະນະທີ່ຖືກຕ້ອງຕໍ່ການອອກແຮງງານ, ໄດ້ມີການອອກແຮງງານດ້ວຍຕົນເອງ ເພື່ອຜົນປະໂຫຍດສ່ວນຕົວ, ລວມໝູ່ ແລະ ການຈັດຕັ້ງ, ສ້າງໃຫ້ເຂົາເຈົ້າມີຄວາມອົດທົນ, ດຸໝັ້ນຂະຫຍັ່ນພຽນ, ມີຄວາມຊຳນິຊຳນານ, ມີຄວາມມັກຮັກການອອກແຮງງານ ແລະ ມີວິຊາອາຊີບຕິດຕົວ ເມື່ອພົ້ນໂທດອອກໄປສູ່ສັງຄົມ.