ຄະນະນໍາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່າວຄຳປາໄສ ໃນກອງປະຊຸມ ແລະ ງານວາງສະແດງ ນິເວດອາຊີ ປະຈໍາປີ 2023

ໃນລະຫວ່າງວັນທີ 26-29 ຕຸລາ 2023, ທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ (ກຊສ) ພ້ອມດ້ວຍ ຄະນະກົມປ່ຽນແປງດິນຟ້າອາກາດ ແລະ ກົມແຜນການ ແລະ ການເງິນ ກຊສ ເຂົ້າຮ່ວມ ກອງປະຊຸມ ແລະ ງານວາງສະແດງ ນິເວດອາຊີ ປະຈໍາປີ 2023 ທີ່ ຮົງກົງ, ເຂດປົກຄອງພິເສດຂອງ ສປ ຈິນ, ຊຶ່ງໃນໄລຍະການເຄື່ອນໄຫວດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ຮັບກຽດຂຶ້ນກ່າວປາໄສ ໃນຫົວຂໍ້ “ນະໂຍບາຍດ້ານການປ່ຽນແປງດິນຟ້າອາກາດເພື່ອການບັນລຸຄາດໝາຍການປ່ອຍທາດອາຍເຮືອນແກ້ວໃຫ້ເປັນສູນໃນ ສປປ ລາວ (Climate Policies for Achieving Net Zero Emissions in Lao PDR)”.
ທ່ານ ຮອງລັດຖະມົນຕີ ກຊສ ໄດ້ກ່າວຄໍາປາໄສ ຕໍ່ກອງປະຊຸມ ຊຶ່ງມີເນື້ອໃນສໍາຄັນບາງຕອນດັ່ງນີ້: ສປປ ລາວ ເປັນປະເທດໜຶ່ງທີ່ມີຄວາມບອບບາງຕໍ່ສະພາບການປ່ຽນແປງດິນຟ້າອາກາດ ເຊິ່ງນັບມື້ມີຄວາມຮຸນແຮງ ແລະ ເກີດຖີ່ຂຶ້ນ ເປັນຕົ້ນ ບັນຫາ ອຸນຫະພູມເພີ່ມຂຶ້ນ, ພາຍຸ, ຝົນຕົກບໍ່ເປັນລະດູ ເຮັດໃຫ້ຫຼາຍພື້ນທີ່ປະສົບບັນຫາໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ແລະ ການປ່ຽນແປງເຫຼົ່ານີ້ ໄດ້ເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມ, ເສດຖະກິດ, ຄວາມເປັນຢູ່ຂອງປະຊາຊົນລາວ, ໂດຍສະເພາະຜົນກະທົບຕໍ່ຂະແໜງກະສິກໍາ ທີ່ປະຊາຊົນລາວສ່ວນໃຫຍ່ (ປະມານ 70%) ອາໄສເປັນແຫຼ່ງທໍາການຜະລິດ ແລະ ສ້າງລາຍຮັບໃນການດໍາລົງຊີວິດ. ເວົ້າລວມແລ້ວບັນຫາການປ່ຽນແປງດິນຟ້າອາກາດ ໄດ້ກາຍເປັນອຸປະສັກຕໍ່ການຂະຫຍາຍໂຕທາງດ້ານເສດຖະກິດ ແລະ ສັງຄົມ ຂອງປະເທດເຮົາ ແລະ ໃນຫຼາຍປະເທດທົ່ວໂລກ.
ສປປ ລາວ ໄດ້ມີການປັບປຸງ ແລະ ຮັບຮອງແຜນແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ໂດຍກໍານົດເປົ້າໝາຍການຫຼຸດຜ່ອນການປ່ອຍ ແລະ ເພີ່ມແຫຼ່ງດູດຊັບທາດອາຍເຮືອນແກ້ວໃຫ້ເປັນສູນ ໃນປີ 2050, ຄາດຄະເນການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວລົງໃຫ້ໄດ້ 60% ໃນປີ 2030 (ທຽບກັບການພັດທະນາແບບປະຕິບັດຕາມປົກກະຕິ). ລັດຖະບານ ຍັງໄດ້ຮັບຮອງ ຍຸດທະສາດການປ່ຽນແປງດິນຟ້າອາກາດແຫ່ງຊາດ ແລະ ດຳລັດວ່າດ້ວຍການປ່ຽນແປງດິນຟ້າອາກາດ ເພື່ອເປັນການກໍານົດທິດທາງ, ເພີ່ມທະວີສ້າງຄວາມເຂັ້ມແຂງຂອງພາກສ່ວນກ່ຽວຂ້ອງ, ເສີມຂະຫຍາຍການຮ່ວມມື ແລະ ຍົກສູງຄວາມຮັບຮູ້ຂອງປະຊາຊົນຕໍ່ບັນຫາການປ່ຽນແປງດິນຟ້າອາກາດ ອີກດ້ວຍ.
ສປປ ລາວ ໄດ້ລິເລີ່ມສົ່ງເສີມການພັດທະນາແບບປ່ອຍກາກບອນຕໍ່າ ເຊັ່ນ: ການຂະຫຍາຍກຳລັງການຜະລິດພະລັງງານສະອາດດ້ວຍການສົ່ງເສີມການລົງທຶນໃນໂຄງການພະລັງງານໄຟຟ້ານໍ້າຕົກ, ພະລັງງານລົມ ແລະ ແສງຕາເວັນ ແລະ ການນໍາໃຊ້ພະລັງງານສະອາດດັ່ງກ່າວເຂົ້າໃນຂະແໜງການຂົນສົ່ງ ເຊິ່ງພົ້ນເດັ່ນໃນປະຈຸບັນ ໄດ້ມີນະໂຍບາຍທີ່ດຶງດູດການຊົມໃຊ້ລົດໄຟຟ້າເພີ່ມຂຶ້ນ ເມື່ອທຽບກັບການນໍາໃຊ້ລົດນໍ້າມັນ ເພື່ອຫຼຸດຜ່ອນບັນຫາມົນລະພິດຈາກອາຍກາກບອນ ເປັນຕົ້ນນະໂຍບາຍ ການຫຼຸດພາສີ, ຫຼຸດຄ່າທໍານຽມທາງ ແລະ ຄ່າທໍານຽມອື່ນໆ ເພື່ອເຮັດໃຫ້ລາຄາລົດໄຟຟ້າ ຕໍ່າກວ່າ ລາຄາລົດນໍ້າມັນ ຫຼາຍເທົ່າຕົວ. ຕໍ່ກັບການສົ່ງເສີມວຽກງານການປ່ຽນແປງດິນຟ້າອາກາດໃນຂະແໜງການອື່ນໆ, ກຊສ ກໍາລັງຢູ່ໃນຂະບວນການສ້າງນິຕິກໍາ ແລະ ແຜນການສະເພາະ ເພື່ອເປັນເຄື່ອງມືໃນການຈັດຕັ້ງຜັນຂະຫຍາຍໃຫ້ກວ້າງຂວາງຂຶ້ນ ເປັນຕົ້ນແມ່ນ ການສ້າງຮ່າງດໍາລັດວ່າດ້ວຍການຊື້-ຂາຍສິນເຊື່ອກາກບອນ, ການກໍານົດທິດທາງການພັດທະນາເສດຖະກິດໝູນວຽນ ແລະ ການຄົ້ນຄວ້າໂຄງການກ່ຽວກັບການຫັນເອົາສິ່ງເສດເຫຼືອມາຜະລິດເປັນພະລັງງານສະອາດ.
ພ້ອມທັງ, ໄດ້ຍົກສູງຄວາມສໍາຄັນຂອງການຮ່ວມມືກັບ ອາຊຽນ, ສປ ຈີນ ແລະ ຄູ່ຮ່ວມງານສາກົນອື່ນໆ ໃນການສ້າງຄວາມເຂັ້ມແຂງ ດ້ານຊັບພະຍາກອນມະນຸດ, ການຄົ້ນຄວ້າ-ວິໄຈ, ການນໍາໃຊ້ ແລະ ຖ່າຍທອດເຕັກໂນໂລຊີທັນສະໄໝ ເພື່ອຕໍ່ສູ້ກັບບັນຫາການປ່ຽນແປງດິນຟ້າອາກາດ, ເຊິ່ງໃນບໍ່ດົນມານີ້ ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມກັນຈັດຕັ້ງປະຕິບັດໂຄງການຕົວແບບ ໂດຍການສ້າງເຂດສາທິດການພັດທະນາທີ່ປ່ອຍກາກບອນຕ່ຳ (Demonstration Zone for Low Carbon Development) ໃນນະຄອນຫຼວງວຽງຈັນ. ສໍາລັບການຮ່ວມມື ກັບບັນດາປະເທດສະມາຊິກອາຊຽນ ກຊສ ໄດ້ມີການລົງນາມ ບົດບັນທຶກການຮ່ວມມື (MOU) ຫຼາຍສະບັບ ກັບ ກະຊວງທີ່ກ່ຽວຂ້ອງຂອງບັນດາປະເທດດັ່ງກ່າວ ເພື່ອຊຸກຍູ້ການຮ່ວມມືໃນວຽກງານການປ່ຽນແປງດິນຟ້າອາກາດ ແລະ ວຽກງານປິ່ນອ້ອມເຊັ່ນ: ການປົກປັກຮັກສາສິ່ງແວດລ້ອມ, ຊັບພະຍາກອນນ້ຳ, ຊີວະນາໆພັນ, ການຄວບຄຸມມົນລະພິດ ແລະ ໄພພິບັດ ເປັນຕົ້ນ.
ໃນຕອນທ້າຍຂອງບົດປາໄສ, ທ່ານ ຮອງລັດຖະມົນຕີ ກຊສ ໄດ້ຢໍ້າຄືນ ຄໍາໝັ້ນສັນຍາ ຂອງ ສປປ ລາວ ທີ່ຈະສືບຕໍ່ຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກັບບັນດາປະເທດ ແລະ ຄູ່ຮ່ວມງານສາກົນ ເພື່ອບັນລຸເປົ້າໝາຍການຫຼຸດຜ່ອນການປ່ອຍ ແລະ ເພີ່ມແຫຼ່ງດູດຊັບ ທາດອາຍເຮືອນແກ້ວ ໃຫ້ເປັນສູນ ໃນປີ 2050 ແລະ ໄດ້ອວຍພອນໃຫ້ກອງປະຊຸມ ແລະ ງານວາງສະແດງ ນິເວດອາຊີ ປະຈໍາປີ 2023 ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.
ກອງປະຊຸມ ແລະ ງານວາງສະແດງ ນິເວດອາຊີ (Eco Expo Asia) ແມ່ນເວທີລະດັບໂລກ ເພື່ອການແລກປ່ຽນດ້ານນະໂຍບາຍ ແລະ ຂໍ້ມູນການພັດທະນາທີ່ປົກປັກຮັກສາສິ່ງແວດລ້ອມ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ຂອງບັນດາປະເທດ, ເປີດໂອກາດໃຫ້ມີການສະແດງຜະລິດຕະພັນໃໝ່ໆທີ່ເປັນມິດກັບສິ່ງແວດລ້ອມ ລວມທັງ ອຸປະກອນເຕັກໂນໂລຊີທັນສະໄໝ ແລະ ເປັນເວທີນໍາສະເໜີໂອກາດທາງທຸລະກິດທີ່ເປັນມິດກັບສິ່ງແວດລ້ອມ.
ສປປ ລາວ ໄດ້ລິເລີ່ມສົ່ງເສີມການພັດທະນາແບບປ່ອຍກາກບອນຕໍ່າໂດຍສະເພາະ ການຂະຫຍາຍກຳລັງການຜະລິດພະລັງງານສະອາດດ້ວຍການສົ່ງເສີມການລົງທຶນໃນໂຄງການພະລັງງານໄຟຟ້ານໍ້າຕົກ, ພະລັງງານລົມ ແລະ ແສງຕາເວັນ ແລະ ການນໍາໃຊ້ພະລັງງານສະອາດເຂົ້າໃນຂະແໜງການຂົນສົ່ງ ເຊິ່ງພົ້ນເດັ່ນໃນປັດຈຸບັນ ມີນະໂຍບາຍດຶງດູດການຊົມໃຊ້ລົດໄຟຟ້າເພີ່ມຂຶ້ນ ເມື່ອທຽບກັບນໍາໃຊ້ລົດນໍ້າມັນ ເພື່ອຫລຸດຜ່ອນບັນຫາມົນລະພິດຈາກອາຍກາກບອນ ເປັນຕົ້ນ ນະໂຍບາຍ ການຫລຸດພາສີ, ຫລຸດຄ່າທໍານຽມທາງ ແລະ ຄ່າທໍານຽມອື່ນໆ ເພື່ອເຮັດໃຫ້ລາຄາລົດໄຟຟ້າ ຕໍ່າກວ່າ ລາຄາລົດນໍ້າມັນຫລາຍເທົ່າຕົວ.

