ສສຊ ເຂດ 8 ແຂວງຫົວພັນ ສະເໜີໃຫ້ລັດຖະບານຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດ

ວັນທີ 1 ພະຈິກ 2023 ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ມີຄຳເຫັນສະເໜີໃຫ້ລັດຖະບານສຸມໃສ່ໃນການຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ໂດຍສະເພາະບັນຫາເຄັ່ງຮອນຂອງສັງຄົມໃນປັດຈຸບັນເຊັ່ນ: ບັນຫາທີ່ໄດ້ຮັບຜົນກະທົບຕໍ່ໄພເງິນເຟີ້, ລາຄາສິນຄ້າແພງ ແຕ່ລາຍຮັບຄືເກົ່າ, ອັດຕາແລກປ່ຽນ. ເຖິງແມ່ນວ່າລັດຖະບານໄດ້ສຸມໃສ່ການຈັດຕັ້ງປະຕິບັດບັນດາຕາມມາດຕະການຕ່າງໆທີ່ໄດ້ກຳນົດອອກໃນແຕ່ລະໄລຍະຕາມບົດລາຍງານ ກໍຄືມະຕິຂອງສະພາແຫ່ງຊາດຢ່າງເຂັ້ມງວດ ໃນບົດລາຍງາຍດັ່ງກ່າວໄດ້ກຳນົດຂ້ອນຂ້າງລະອຽດຈະແຈ້ງ ແຕ່ການຈັດຕັ້ງປະຕິບັດບໍ່ທັນເຂັ້ມງວດເທົ່ທີ່ຄວນ. ສະນັ້ນ, ຢາກສະເໜີໃຫ້ສຸມໃສ່ແກ້ໄຂສາເຫດທີ່ພາໃຫ້ເກີດໄພເງິນເຟີ້ຢູ່ໃນປະເທດໃຫ້ເປັນຮູບປະທຳ ເພື່ອເຮັດແນວໃດໃຫ້ໂຕເລກຄາດໝາຍແຕ່ນີ້ຮອດປີ 2025 ບັນລຸນັ້ນ ກໍຍັງເປັນສິ່ງທ້າທາຍຫຼາຍ.  ຢາກໃຫ້ຄວບຄຸມ, ມີສະຖຽນລະພາບແລ້ວຄ່ອຍປັບລົງເທື່ອລະໜ້ອຍ ຈຶ່ງບໍ່ກ້າວກະໂດດຕະຫຼອດໄປ ຕົວຢ່າງ: ບັນຫາອັດຕາແລກປ່ຽນ, ເງິນກີບອ່ອນຄ່າ, ລາຄາສິນຄ້າແພງ.
ເພື່ອແກ້ໄຂບັນຫາດັ່ງກ່າວໃນການຈັດຕັ້ງປະຕິບັດຢາກໃຫ້ເພີ່ມການເຜີຍແຜ່ກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ, ການຄຸ້ມຄອງເງິນຕາໃຫ້ເຂັ້ມງວດ. ປັດຈຸບັນການຕິດຕາມກວດກາການເຄື່ອນໄຫວກ່ຽວກັບທະນາຄານທຸລະກິດ, ການເຄື່ອນໄຫວເງິນຕາຢູ່ນອກລະບົບທະນາຄານຍັງມີຫຼາຍ ເພື່ອເຮັດແນວໃດໃຫ້ເຂົ້າສູ່ກົນໄກທະນາຄານເພີ່ມຂຶ້ນ. ໃນນັ້ນ, ກົນໄກປະສານງານລະຫວ່າງຂະແໜງການກ່ຽວຂ້ອງຍັງບໍ່ທັນໂລ່ງລ່ຽນ, ບໍ່ທັນຄ່ອງຄົວ, ບໍ່ທັນເປັນລະບົບຄົບຊຸດໄປຄວບຄູ່ກັນ ເຮັດໃຫ້ການຄຸ້ມຄອງບັນດາອັດຕາແລກປ່ຽນ, ການແກ້ໄຂບໍ່ທັນປະຕິບັດໄດ້ດີ ເຮັດໃຫ້ມີການແລກປ່ຽນນອກລະບົບ, ໃນລະບົບອອນລາຍ, ການຊໍາລະຕ່າງໆດ້ວຍສະກຸນເງິນຕາຕ່າງປະເທດຍັງມີຫຼາຍ ຊຶ່ງບັນຫາດັ່ງກ່າວນີ້ບໍ່ພຽງແຕ່ລັດຖະບານເປັນເຈົ້າການແກ້ໄຂ, ທົ່ວສັງຄົມກໍຕ້ອງເປັນເຈົ້າການແກ້ໄຂຮ່ວມກັນຕື່ມ.
ສະເໜີຕໍ່ລັດຖະບານກ່ຽວກັບວຽກງານການແກ້ໄຂຄວາມທຸກຍາກໃນຊົນນະບົດ ໃຫ້ແກ່ປະຊາຊົນທີ່ຕິດພັນກັບວຽກງານ 3 ສ້າງ, ວຽກງານກໍ່ສ້າງຮາກຖານ ຊຶ່ງເປັນເປົ້າໝາຍສຳຄັນພັກ-ລັດຖະບານ ຕ້ອງສຸມໃສ່ຈັດຕັ້ງປະຕິບັດ ຜ່ານມາຍັງເຫັນວ່າການຈັດຕັ້ງປະຕິບັດຍັງໄດ້ໜ້ອຍ ຢູ່ແຂວງຫົວພັນ ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນເພີ່ມຂຶ້ນຫຼາຍ ປັດຈຸບັນ ອັດຕາຄວາມທຸກຍາກເກືອບ 60%. ພ້ອມນັ້ນ, ຍັງສະເໝີໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງໃຫ້ຮີບຮ້ອນໃນການປັບປຸງຫົວໜ່ວຍລາຄາກໍ່ສ້າງໃໝ່ ເພື່ອເປັນບ່ອນອີງໃນການຂຶ້ນແຜນການຂອງໂຄງການ ໂດຍສະເໜີໃໝ່ໃຫ້ທັນກຳນົດເວລາ.
ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ – ໄຊສົມບູນ – ຊຽງຂວາງ – ຫົວພັນ ທີ່ໄດ້ເຊັນ MOU ແລ້ວ ມາຮອດປັດຈຸບັນຍັງມິດງຽບ ເຮັດໃຫ້ສັງຄົມມີຄວາມສົນໃຈຫຼາຍ, ການກໍ່ສ້າງທາງຫຼວງແຫ່ງຊາດ 6A ຊໍາເໝືອ ພູເລົ່າ ຫາ ເມືອງຄໍາ ແຂວງຊຽງຂວາງ ປັດຈຸບັນຍັງບໍ່ທັນເຫັນສືບຕໍ່ກໍ່ສ້າງ ໂດຍຕາມແຜນ ປີ 2021 ສຳເລັດ ແລະ ຢາກໃຫ້ລັດຖະບານຄົ້ນຄວ້າພິຈາລະນາເບິ່ງຄືນຕື່ມ ກ່ຽວກັບການຊໍາລະໜີ້ສິນຮ່ວມໄພພິບັດຂອງແຂວງຫົວພັນ ແມ່ນມີຄວາມແກ່ຍາວ ໂດຍມີມູນຄ່າ 28 ຕື້ກີບ ເລີ່ມແຕ່ປີ 2013-2014 ມາຮອດປັດຈຸບັນກາຍເປັນໜີ້ສິນບໍ່ສາມາດຊໍາລະໄດ້.