ຜົນການຈັດຕັ້ງປະຕິບັດວຽກງານການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຕອນເຊົ້າວັນທີ 31 ຕຸລາ 2023 ນີ້ ໄດ້ຍົກໃຫ້ເຫັນວ່າ: ໃນຂົງເຂດວັດທະນະທໍາ-ສັງຄົມ, ລັດຖະບານ ໄດ້ຊີ້ນໍາພາກສ່ວນກ່ຽວຂ້ອງປະຕິບັດຕາມ ດໍາລັດ 348/ລບ ໂດຍສຸມໃສ່ປະຕິບັດ 9 ຕົວຊີ້ວັດໃນການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນຜ່ານຈາກການປະຕິບັດຕົວຈິງເຫັນວ່າ: ມີ 5 ຕົວຊີ້ບອກມີຄວາມຄືບໜ້າດີ, ມີ 1 ຕົວຊີ້ບອກມີຄວາມຊັກຊ້າ ແລະ ມີ 3 ຕົວຊີ້ບອກອາດບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.
​ສັງລວມແລ້ວມາຮອດປັດຈຸບັນ ທົ່ວປະເທດສາມາດພົ້ນທຸກແລ້ວ 976.644 ຄອບຄົວ (79,12%), 5.438ບ້ານ(64,72%), 64ເມືອງ (43,24%); ສາມາດພັດທະນາໄດ້ 779.119 ຄອບຄົວ (79,77% ), 2.150ບ້ານ (25,58%), ບ້ານໃຫ່ຍກາຍເປັນຕົວເມືອງຢູ່ຊົນບົດ 25 ບ້ານ, ເມືອງເຂັ້ມແຂງຮອບດ້ານ 6 ເມືອງ ແລະ ແຂວງເປັນຫົວໜ່ວຍຍຸດທະສາດໄດ້ 2 ແຂວງ ແລະ ນະຄອນຫຼວງວຽງຈັນ.
​ຢ່າງໃດກໍຕາມ, ເຖີງວ່າລັດຖະບານມີຄວາມພະຍາຍາມຢ່າງຕໍ່ເນື່ອງ ແຕ່ບາງດ້ານຍັງບໍ່ທັນຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງຊັກຊ້າ ເຮັດໃຫ້ມາຮອດປັດຈຸບັນ ທົ່ວປະເທດຍັງມີຄອບຄົວທຸກຍາກ 257.670 ຄອບຄົວ (20,87%), ບ້ານທຸກຍາກ 2.964 ບ້ານ(35,27%), ເມືອງທຸກຍາກ 84 ເມືອງ​ (56,75%) ຊຶ່ງເປັນສິ່ງທ້າທາຍຕໍ່ການບັນລຸຄາດໝາຍທີ່ສະພາແຫ່ງຊາດຮັບຮອງໃນແຜນ 5 ປີຄັ້ງທີ IX ແລະ ແຜນປະຈໍາປີ 2023.