ນາຍົກ ລາວ-ໄທ ຮ່ວມເປີດສະຖານີລົດໄຟວຽງຈັນ (ຄໍາສະຫວາດ) ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ II

ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ວັນທີ 30 ຕຸລາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ຣາຊະອານາຈັກໄທ, ໄດ້ຮ່ວມກັນ ເປີດສະຖານີລົດໄຟ ວຽງຈັນ(ຄໍາສະຫວາດ) ເຊິ່ງເປັນໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ II (ຕອນທີ 2).
ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານວ່າ: ສໍາລັບໂຄງການກໍ່ສ້າງທາງລົດໄຟ ລາວ – ໄທ ໄລຍະ II (ຕອນທີ 2) ປະກອບມີວຽກກໍ່ສ້າງທາງລົດໄຟແຕ່ສະຖານີ ທ່ານາແລ້ງ ຫາ ສະຖານີວຽງຈັນ(ຄໍາສະຫວາດ) ມີຄວາມຍາວ 7,5 Km, ກໍ່ສ້າງສະຖານີວຽງຈັນ (ຄໍາສະຫວາດ), ກໍ່ສ້າງເຮືອນພັກພະນັກງານ, ກໍ່ສ້າງທາງເຂົ້າ ເຂດສະຖານີ ແລະ ເຂດເຮືອນພັກພະນັກງານ, ວຽກກໍ່ສ້າງທາງຕັດຜ່ານ, ທາງດິນແດງ (ສໍາລັບໃຫ້ປະຊາຊົນນໍາໃຊ້ ແລະ ສ້ອມແປງທາງລົດໄຟ) ແລະ ວຽກອື່ນໆຈໍານວນໜຶ່ງ.
ກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ, ໄດ້ວ່າຈ້າງບໍລິສັດ ເອຊຽນ ອິນ ຈີເນຍຣິງ ຄອນຊາວເຕັນ (AEC) ແລະ ບໍລິສັດ LGE ຈາກ ລາວ ແລະ ໄທ ເປັນທີ່ປຶກສາຄວບຄຸມການກໍ່ສ້າງ ແລະ ວ່າຈ້າງບໍລິສັດ ເສີມສະຫງວນ ກໍ່ສ້າງ ຈໍາກັດ ຈາກໄທ ເປັນຜູ້ຮັບ ເໝົາກໍ່ສ້າງ. ໂຄງການນີ້, ໄດ້ເລີ່ມລົງມືກໍ່ສ້າງຕັ້ງແຕ່ເດືອນຕຸລາ 2019 ແລະ ສໍາເລັດລົງໃນເດືອນມິຖຸນາ 2022.
ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ II ໄດ້ຮັບການສະໜັບສະໜູນດ້ານການເງິນຈາກລັດຖະບານແຫ່ງຣາຊະອານາຈັກໄທ ໂດຍຜ່ານອົງການຮ່ວມມືພັດທະນາທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ ຫລື NEDA ໃນຮູບແບບເງິນກູ້ຢືມດອກເບ້ຍຕໍ່າ ແລະ ຊ່ວຍເຫລືອ ເປັນເງິນທັງໝົດ 1ຕື້ 650 ລ້ານບາດ,ໃນນີ້ ເປັນເງິນກູ້ຢືມ 70% ແລະ ຊ່ວຍເຫລືອ 30%,ລວມ ທັງຕອນທີ 1 ແລະ ຕອນທີ 2.

