ຮອງປະທານສະພາແຫ່ງຊາດ ເນັ້ນໃຫ້ເອົາໃຈໃສ່ບັນຫາສຳຄັນພື້ນຖານຂອງຊາດ ໃຫ້ມີທິດທາງໃນການແກ້ໄຂທີ່ເໝາະສົມ

ວັນທີ 27-28 ຕຸລາ 2023, ກອງປະຊຸມຄົບຄະນະກຳມາທິການ ເສດຖະກິດ, ເຕັກໂນໂລຊີ ແລະ ສິງແວດລ້ອມ (ສຕສ) ປະຈໍາປີ 2023, ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ປະທານກຳມາທິການ ສຕສ ຊຶ່ງໃນມື້ປິດກອງປະຊຸມ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານເສດຖະກິດ ໄດ້ເຂົ້າຮ່ວມມີຄໍາເຫັນໂອ້ລົມ ແລະ ໄດ້ເນັ້ນບາງຈຸດສໍາຄັນ ຕໍ່ກັບວຽກງານກຳມາທິການ ສຕສ ໃນຕໍ່ໜ້າ.

ທ່ານ ສົມມາດ ພົນເສນາ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນບາງຈຸດສຳຄັນ ຕໍ່ກຳມາທິການ ສຕສ ໃນນາມທີ່ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ແລະ ລັດຖະບານ ເອົາໃຈໃສ່ຄົ້ນຄວ້າບັນດາບັນຫາສຳຄັນພື້ນຖານຂອງຊາດ ໃຫ້ມີທິດທາງໃນການແກ້ໄຂທີ່ເໝາະສົມເຊັ່ນ: ໃນຮ່າງມະຕິ, ກໍເນັ້ນໃຫ້ຂຽນເປັນລາຍລັກອັກສອນຄັກແນ່ ກ່ຽວກັບຄວາມເຫັນ ທີ່ເປັນຂໍ້ຊັກຖາມ ຕໍ່ກະຊວງ/ອົງການ ແລ້ວສົ່ງໃຫ້ເພື່ອໃຫ້ມີຄໍາຕອບ ຫຼີກລ້ຽງບໍ່ໃຫ້ມີກໍລະນີເວົ້າໄປແລ້ວ ກໍແລ້ວໄປ; ຂັ້ນກະຊວງຕ້ອງມີການມອບສິດໃຫ້ພະແນກຂອງຕົນຢູ່ຂັ້ນແຂວງ ມີສິດຕັດສິນແກ້ໄຂທັນທີໃນກໍລະນີ ຫາກມີໂຄງການຂຸດຄົ້ນ ທີ່ເປັນຜົນກະທົບຕໍ່ສິ່ງແວດລ້ອມ ທີ່ສ່ຽງຕໍ່ກັບການມີສະພາບປ່າປ່ຽນສີ ຢູ່ແຂວງນັ້ນ ບໍ່ຈໍາເປັນຕ້ອງລາຍງານຂຶ້ນມາກະຊວງ ເນື່ອງຈາກກວ່າຈະລາຍງານມາເຖິງ ແລະ ມີຄໍາຕັດສິນ ກໍຕ້ອງໃຊ້ເວລາ. ສະນັ້ນ ຂໍໃຫ້ປະຕິບັດຕາມຫຼັກການກວດກາ ແມ່ນບັນຫາເກີດຂຶ້ນຢູ່ບ່ອນໃດ ບ່ອນນັ້ນຕ້ອງໄດ້ແກ້. ນອກນີ້, ຍັງສະເໜີຮັບປະກັນດ້ານແຜນງົບປະມານ ໂດຍສະເພາະ 10% ຂອງງົບປະມານ ຕ້ອງແກ້ໄຂບັນຫາຕາຝັ່ງເຈື່ອນ. ຂະນະທີ່ໂຄງການລົງທຶນປີ 2024 ກ່ອນອື່ນໝົດ ຕ້ອງແກ້ໄຂບັນຫາໄພພິບັດ ທີ່ເກີດຂຶ້ນ ຊຶ່ງສົ່ງຜົນກະທົບຕໍ່ເສັ້ນທາງຄົມມະນາຄົມ.