ວັນພະຍາດເສັ້ນເລືອດສະໝອງສາກົນ

ໂຮງໝໍມິດຕະພາບ ກະຊວງສາທາລະນະສຸກ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ໃນໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ (World Stroke Day) ພາຍໃຕ້ຄໍາຂວັນ: ພະຍາດເສັ້ນເລືອດສະໝອງປ້ອງກັນໄດ້ ຫ່າງໄກຈາກການເປັນອຳມະພຶກ-ອຳມະພາດ ຂຶ້ນໃນວັນທີ 28 ຕຸລາ 2023,  ໂດຍການເຂົ້າຮ່ວມຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ  ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ.

ທ່ານ ສະໜອງ ທອງຊະນະ ກ່າວວ່າ:  ໃນວັນທີ 29 ຕຸລາ ຂອງແຕ່ລະປີຢູ່ທົ່ວໂລກໄດ້ມີການຈັດງານສະເຫຼີມສະຫຼອງວັນດັ່ງກ່າວ. ສຳລັບ ສປປ ລາວ ການຈັດກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວ ປີນີ້ເປັນຄັ້ງທີ 7. ພະຍາດດັ່ງກ່າວ ຍັງໄດ້ຖືກປະກາດໃຫ້ເປັນບັນຫາສຸກເສີນທາງດ້ານສາທາລະນະສຸກໃນທົ່ວໂລກ. ພະຍາດເສັ້ນເລືອດສະໝອງ (Stroke) ແມ່ນເປັນສາຍເຫດຫຼັກເຮັດໃຫ້ເກີດຄວາມພິການ (ອໍາມະພຶກ-ອຳມະພາດ) ແລະ ເປັນສາເຫດການຕາຍເປັນອັນດັບທີ 2 ຂອງສາເຫດການເສຍຊີວິດໃນທົ່ວໂລກ. ປັດຈຸບັນໃນທົ່ວໂລກມີຄົນເຈັບທີ່ເປັນ Stroke ປະມານ 12,2 ລ້ານຄົນ/ປີ ທີ່ເປັນກໍລະນີໃໝ່ (ສະເລ່ຍແມ່ນໃນທຸກ 3 ວິນາທີ/1 ກໍລະນີ), ມີປະມານ 101 ລ້ານຄົນ ທີ່ລອດຊີວິິດ ຫຼື ເຄີຍເປັນ Stroke ມາກ່ອນ ແລະ ມີປະມານ 6,5 ລ້ານຄົນເສຍຊີວິດໃນແຕ່ລະປີ. ໃນນັ້ນ, 89% ຂອງອັດຕາການຕາຍ ແລະ ຄວາມພິການຂອງຄົນເຈັບ stroke ແມ່ນເກີດຂຶ້ນໃນປະຊາກອນທີ່ຢູ່ປະເທດທີ່ມີລາຍຮັບຕໍ່າຫາປານກາງ.

ກິດຈະກຳໃນຄັ້ງນີ້ຈັດຂຶ້ນ ເພື່ອເປັນການກະຕຸ້ນ, ສົ່ງເສີມຄວາມຮູ້ພື້ນຖານ, ຍົກລະດັບການເຜີຍ ແຜ່ຂໍ້ມູນໃຫ້ຜູ້ເຂົ້າຮ່ວມ ກໍຄືທຸກຄົນທົ່ວໄປໃນສັງຄົມໄດ້ຮັບຮູ້ເຖິງຄວາມຮ້າຍແຮງ ແລະ ຜົນກະທົບອັນຮ້າຍແຮງຂອງພະຍາດເສັ້ນເລືອດສະໝອງ, ຮູ້ຈັກປັດໃຈສ່ຽງ, ຮູ້ຈັກອາການພື້ນຖານຂອງພະຍາດ-ວິທີປະຕິບັດຢ່າງກວ້າງຂວາງຂຶ້ນ ເພື່ອປ້ອງກັນພະຍາດດັ່ງກ່າວ ໂດຍຈະໄດ້ຮັບການປິ່ນປົວທີ່ຖືກຕ້ອງ-ທັນເວລາພ້ອມປ້ອງກັນຜົນຮ້າຍແຮງເຖິງແກ່ຊີວິດ. ພ້ອມນີ້, ຍັງເປັນການສົ່ງເສີມການອອກກຳລັງກາຍດ້ວຍຂະບວນການຍ່າງເພື່ອສຸຂະພາບ, ຄວາມສາມັກຄີຂອງພະນັກງານແພດໝໍ, ພໍ່ແມ່ປະຊາຊົນໃຫ້ເລິກເຊິ່ງ, ກ້ວາງຂວາງ. ໃນນັ້ນ, ຍັງເປັນການປະກອບສ່ວນສ້າງຂະບວນການຕ້ອນຮັບເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍມິດຕະພາບ