ແຂວງວຽງຈັນ ກະກຽມ 20 ກິດຈະກຳ ສົ່ງເສີມກິດຈະກຳການທ່ອງທ່ຽວ ຕ້ອນຮັບປີທ່ອງທ່ຽວລາວ 2024

ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ເພື່ອກະກຽມຄວາມພ້ອມຕ້ອນຮັບປີທ່ອງທ່ຽວລາວປີ 2024 ແລະ ຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວພາຍໃນແຂວງວຽງຈັນ. ເຊິ່ງພະແນກ ຖວທ ແຂວງ ໄດ້ກະກຽມ 20 ກິດຈະກຳ ສົ່ງເສີມກິດຈະກຳການທ່ອງທ່ຽວ ຕິດພັນກັບບຸນປະເພນີ ຂອງທ້ອງຖິ່ນໃນ 11 ຕົວເມືອງ ແລະ ໄດ້ແບ່ງເປັນ 2 ເປັນກິດຈະກຳລະດັບຊາດຄື: ງານບຸນກິນຈຽງເຜົ່າມົ້ງ ບ້ານຫລັກ 52 ເມືອງໂພນໂຮງ ແລະ ງານເປີດແຫລ່ງທ່ອງທ່ຽວ ໜ້າເຂື່ອນນ້ຳງື່ມ 1 ເມືອງແກ້ວອຸດົມ.

ສ່ວນກິດຈະກຳລະດັບແຂວງ 6 ກິດຈະກຳຄື: ເທສະການໝາກຂາມຫວານ ເມືອງຊະນະຄາມ, ບຸນພະທາດດອນແກ້ວ ເມືອງໂພນໂຮງ, ແຫ່ນາງສັງຂານເມືອງວັງວຽງ, ເທສະການໝາກກ້ຽງຫວານ ເມືອງວັງວຽງ, ເທສະການ ສາມໝື່ນຕູບເຟືອງ ເມືອງເຟືອງ ແລະ ບຸນຊ່ວງເຮືອບ້ານເກິນ ເມືອງທຸລະຄົມ. ນອກນີ້, ຍັງມີອີກ 12 ກິດຈະກຳຢູ່ຂັ້ນເມືອງ ທີ່ຕິດພັນກັບບຸນປະເພນີທີ່ໂດນເດັ່ນ ສາມາດດຶງດູດນັກທ່ອງທ່ຽວ, ທັງເປັນການສົ່ງເສີມເສດຖະກິດໃນທ້ອງຖິ່ນ ເປັນຕົ້ນ ບຸນແຫ່ຜາສາດເຜິ້ງບ້ານແກ້ວກູ່, ບຸນກິນຈຽງ, ບຸນເກຣີ, ບຸນນະມັດສະການພະທາດມາຫລ້າ, ເທສະການດົນຕີວັງວຽງເຟສ, ບຸນບັ້ງໄຟ ແລະ ບຸນປະເພນີອື່ນໆ.
ປັດຈຸບັນ, ແຂວງວຽງຈັນ ມີແຫລ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີແລ້ວ 228 ແຫ່ງ ແລະ ເປີດບໍລິການແລ້ວ 38 ແຫ່ງ, ໂດດເດັ່ນເປັນທີ່ນິຍົມຂອງນັກທ່ອງທ່ຽວ ແມ່ນແຫລ່ງທ່ອງທ່ຽວທາງທຳມະຊາດຢູ່ເມືອງວັງວຽງ, ເຮືອນແພຕາມແຄມນໍ້າລີກເມືອງເຟືອງ, ຣີສອດແດນສະຫວັນ ເມືອງທຸລະຄົມ, ວັດສັງສິນໄຊ ບ້ານໂນນຫີນແຮ່ ແລະ ສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ-ວັດທະນະທໍາອີກຫລາຍແຫ່ງ; ທີ່ພັກແຮມມີ ໂຮງແຮມ 48 ແຫ່ງ, ເຮືອນພັກ 327 ແຫ່ງ, ຣີສອດ 37 ແຫ່ງ.

