ປະທານປະເທດ ສປປ ລາວ ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຕໍ່ ການມໍລະນະກໍາ ຂອງ ທ່ານ ຫລີ ເຄີ້ສຽງ ອະດີດນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

ວັນທີ 27 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ສີ ຈີ້ນ ຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ຕໍ່ ການມໍລະນະກໍາ ຂອງ ທ່ານ ຫລີ ເຄີ້ສຽງ ອະດີດກໍາມະການປະຈໍາກົມການເມືອງ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໃນຕອນເຊົ້າວັນທີ 27 ຕຸລາ 2023.

ເນື້ອໃນສານລະບຸວ່າ: ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ ການມໍລະນະກໍາ ຂອງ ທ່ານ ຫລີ ເຄີ້ສຽງ ອະດີດກໍາມະການປະຈໍາກົມການເມືອງ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໃນຕອນເຊົ້າວັນທີ 27 ຕຸລາ 2023.

ຕະຫລອດຊີວິດການເຄື່ອນໄຫວວຽກງານ ຂອງ ທ່ານ ຫລີ ເຄີ້ສຽງ, ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນພາລະກິດປະຕິວັດ ຂອງ ພັກກອມມູນິດຈີນ, ເປັນຜູ້ທີ່ມີຜົນງານອັນພົ້ນເດັ່ນໃນພາລະກິດປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຈີນ, ທັງເປັນການນໍາຈີນ ທີ່ໄດ້ເອົາໃຈໃສ່ຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ມີບົດບາດສໍາຄັນໃນການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ-ຈີນ ໃນທົດສະວັດທີ່ຜ່ານມາ ເຊິ່ງໝາກຜົນຂອງການຮ່ວມມືດັ່ງກ່າວນັ້ນ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ເປັນພື້ນຖານທີ່ສໍາຄັນໜຶ່ງ ຂອງ ການສ້າງເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນປັດຈຸບັນ.

ການຈາກໄປ ຂອງ ທ່ານ ຫລີ ເຄີ້ສຽງ ບໍ່ພຽງເປັນການສູນເສຍການນໍາ ຂອງ ພັກ, ລັດ ແລະ ປະຊາຊົນຈີນເທົ່ານັ້ນ, ແຕ່ຍັງເປັນການສູນເສຍຜູ້ເປັນເພື່ອນ ທີ່ມີການພົວພັນສະໜິດແໜ້ນກັບ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ.

ໃນເວລາອັນໂສກເສົ້າເສຍດາຍນີ້, ຂ້າພະເຈົ້າ ຂໍຝາກຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກ ມາຍັງ ທ່ານ ແລະ ຜ່ານ ທ່ານໄປຍັງ ພັກ, ລັດຖະບານ, ປະຊາຊົນຈີນ ແລະ ຄອບຄົວ ຂອງ ທ່ານ ຫລີ ເຄີ້ສຽງ ມານະໂອກາດນີ້ດ້ວຍ.