ບັນຍາກາດການເດີນທາງຄຶກຄື້ນ ຢູ່ສະຖານີລົດໄຟລາວ-ຈີນ ນະຄອນຫລວງວຽງຈັນ

ພາບບັນຍາກາດການອອກເດີນທາງຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຕອນເຊົ້າວັນທີ 28 ຕຸລາ 2023 ທີ່ກຳລັງຕໍ່ແຖວເຂົ້າໃຊ້ບໍລິການລົດໄຟລາວ-ຈີນ ຢູ່ສະຖານີນະຄອນຫລວງວຽງຈັນ ເພື່ອເດີນທາງໄປທ່ອງທ່ຽວພາກເໜືອ ແລະ ມີລົດຖຽວເຂົ້າ-ອອກ ຮັບສົ່ງຜູ້ໂດຍສານເປັນຈຳນວນຫລາຍ ທັງມີລົດເຂົ້າຈອດຢູ່ສະຖານີ ຢ່າງໜາແໜ້ນ.

ໃນສ່ວນການບໍລິການຄ່າຝາກລົດຢູ່ສະຖານີລົດໄຟນະຄອນຫລວງວຽງຈັນ ແມ່ນກ່ອນຜ່ານປ້ອມເຂົ້າຫາສະຖານີ ຈະມີພະນັກງານໃຫ້ບໍລິການຈີກປີ້ສຳລັບລົດໃຫຍ່ຜ່ານມີສອງແບບຄື: ແບບເຂົ້າຊົ່ວຄາວບໍ່ເກີນ 10 ນາທີ (ແມ່ນຟຣີຄ່າບໍລິການ) ແລະ ປີ້ຜ່ານແບບຈອດກາຍ 10 ນາທີ (ແມ່ນຄ່າບໍລິການ 10.000 ກີບຕໍ່ຄັນ). ປັດຈຸບັນຍັງມີບໍລິການຄ່າຝາກລົດຈັກ ແລະ ລົດໃຫຍ່ຄ້າງຄືນໄດ້ ຄື: ຄ່າຝາກລົດຈັກຊົ່ວຄາວ ແມ່ນ 3.000 ກີບ/ຄັນ, ຄ້າງຄືນ 20.000 ກີບ/ຄັນ ແລະ ລົດໃຫຍ່ ຄ້າງຄືນ 50.000 ກີບ/ຄັນ.

ສຳລັບການຈອງປີ້ລົດໄຟລາວ-ຈີນ ແມ່ນສາມາດຈອງໄດ້ໂດຍຜ່ານລະບົບອອນລາຍ ແລະ ເຂົ້າໄປຊື້ຢູ່ໜ້າສະຖະນີໂດຍກົງ.