ລົງກວດການຕິດສະຫລາກ ແລະ ລາຄາສິນຄ້າເປັນພາສາລາວ, ສິນຄ້າລອກຮຽນແບບ-ໝົດອາຍຸ ຢູ່ງານບຸນຊ່ວງເຮືອປະເພນີ ນະຄອນປາກເຊ

ວັນທີ 27 ຕຸລາ 2023, ເຈົ້າໜ້າທີ່ກວດກາການຄ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ຮ່ວມກັບ ເຈົ້າໜ້າທີ່ກວດກາການຄ້າ ຫ້ອງການອຸດສາຫະກໍາ ແລະ ການຄ້ານະຄອນປາກເຊ ເຄື່ອນໄຫວຕິດຕາມກວດກາການຕິດສະຫລາກ ແລະ ຕິດລາຄາສິນຄ້າເປັນພາສາລາວ, ກວດກາສິນຄ້າລອກລຽນແບບ ແລະ ກວດກາສິນຄ້າໝົດອາຍຸ ທີ່ວາງສະແດງ, ຈໍາໜ່າຍ ແລະ ຊື້ - ຂາຍ ໂດຍສະເພາະແມ່ນທີ່ໃຊ້ໃນການຊັດແຫລມ ແລະ ຊັດປຸ່ມເປົ້າ ໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ທີ່ນະຄອນປາກເຊ.
ເພື່ອເຮັດໃຫ້ການວາງສະແດງ, ຈໍາໜ່າຍ ແລະ ຊື້-ຂາຍ ສິນຄ້າ ມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມລະບຽບກົດໝາຍ ທັງເປັນການປົກປ້ອງຜູ້ຊົມໃຊ້ ຕື່ມອີກ.

