ຮອງປະທານສະພາແຫ່ງຊາດ ຊີ້ນຳໃຫ້ຄະນະບໍລິຫານງານພັກສະພາແຫ່ງຊາດ ມີສະຕິຕໍ່ການບໍລິໂພກຂ່າວໃນສື່ສັງຄົມອອນລາຍ ທີ່ໃສ່ຮ້າຍປ້າຍສີພັກ-ລັດ

ວັນທີ 20 ຕຸລາ 2023, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານ ສະພາແຫ່ງຊາດ, ໄດ້ມີຄໍາເຫັນ ແລະ ເນັ້ນຕໍ່ກອງປະຊຸມເຜີຍແຜ່, ເຊື່ອມຊຶມ ຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ສະໄໝທີ XI ວ່າ:

1.ສະເໜີໃຫ້ເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ສະມາຊິກພັກ ທົ່ວສະພາແຫ່ງຊາດ ຈົ່ງເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຢູ່ໃນກົງຈັກການ
ຈັດຕັ້ງຂອງຕົນ ໃຫ້ມີຄວາມອົດທົນ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານ, ພ້ອມກັນສູ້ຊົນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກໃຫ້ສາມາດຜ່ານພົ້ນໄປໄດ້ ເພື່ອເຮັດໃຫ້ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ, ມີສະຕິຕໍ່ການບໍລິໂພກຂ່າວໃນສື່ສັງຄົມອອນລາຍ ທີ່ມີການໂຄສະນາໂຈມຕີ, ໃສ່ຮ້າຍປ້າຍສີພັກ-ລັດ ແລະ ລະບອບໃໝ່ຂອງພວກເຮົາ.

2.ສະເໜີໃຫ້ ບັນດາກໍາມາທິການ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ຄົ້ນຄວ້າເນື້ອໃນຂອງບົດລາຍງານຢ່າງເລິກເຊິ່ງ, ຊອກໃຫ້ເຫັນຄາດໝາຍໃດທີ່ສາມາດບັນລຸຕາມແຜນການ, ຄາດໝາຍໃດບໍ່ສາມາດບັນລຸ, ຈະມີມາດຕະການແກ້ໄຂແນວໃດ ແລະ ອື່ນໆ; ກະກຽມບົດປະກອບຄໍາເຫັນ, ຄໍາຖາມເຈາະຈີ້ມ, ຄໍາຊັກຖາມ, ຮ່າງມະຕິກອງປະຊຸມໃຫ້ມີເນື້ອໃນໜັກແໜ້ນ, ຮັດກຸມ ເພື່ອເຮັດໃຫ້ການຕົກລົງຂອງກອງປະຊຸມສະພາແຫ່ງຊາດ ກາຍເປັນນິຕິກໍາທີ່ສັກສິດ ແລະ ສາມາດຈັດຕັ້ງ ປະຕິບັດໄດ້ຮັບຜົນດີ.

3. ການສ້າງ ແລະ ປັບປຸງກົດໝາຍ ເປັນບົດບາດສໍາຄັນອັນໜຶ່ງຂອງສະພາແຫ່ງຊາດ ເຊິ່ງຈະເປັນບ່ອນອີງໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຈຶ່ງສະເໜີໃຫ້ບັນດາກໍາມາທິການທີ່ກ່ຽວຂ້ອງ ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ ໂດຍສະເພາະແມ່ນບັນດາກົດໝາຍທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX.

4. ສະເໜີໃຫ້ ຄະນະເລຂາທິການສະພາແຫ່ງຊາດ ເປັນໃຈກາງໃນການສ້າງສິ່ງອໍານວຍຄວາມສະດວກຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX.