ວັນທີ 20 ຕຸລາ 2023 ກະຊວງປ້ອງກັນປະເທດໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານລັດຖະດໍາລັດຂອງ ປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ 2 ສະຫາຍຄື: ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພົນຈັດຕະວາ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການກອງບັນຊາການທະຫານອາກາດ ຂຶ້ນຊັ້ນ ພົນຕີ.
ແລະ ຜ່ານລັດຖະດໍາລັດ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ 8 ສະຫາຍຄື: ພັນເອກ ສົມໃຈ ຄໍາມະນີ ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ, ພັນເອກ ຄໍາແຫວນ ຫຼ້າບົວມະຫາໄຊ ຫົວໜ້າຫ້ອງການ ກົມໃຫຍ່ພະລາທິການກອງທັບ, ພັນເອກ ສອນໄຊ ວົງພະຈັນ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ພັນເອກ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ພັນເອກ ໝອນຄຳ ດວງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ, ພັນເອກ ສຸບັນ ພັນທະວີ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ພັນເອກ ກົງທອງ ສຸຂະວົງ ຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ພັນເອກ ສີປະເສີດ ເຜີຍຄຳສິງ ຫົວໜ້າການເມືອງ ກອງພົນທີ 5 ຂຶ້ນຊັ້ນ ພົນຈັດຕະວາ.

ແລະ ດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປລາວ ວ່າດ້ວຍການເລື່ອນຊັ້ນພັນໂທ ຂຶ້ນຊັ້ນພັນເອກ ຈໍານວນ 59 ສະຫາຍຄື: ພັນໂທ ສຸດໃຈ ດວງໃຈ ຮອງຫົວໜ້າກົມແຜນທີ່ກອງທັບ ກົມໃຫຍ່ເສນາທິການກອງທັບ, ພັນໂທ ແສງຟອງ ທິບທິລາດ ຮອງຫົວໜ້າກົມປືນໃຫຍ່ໜ້າດິນ, ພັນໂທ ໂອພາດ ທຳມະທອງ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ພັນໂທ ບຸນແພງ ວົງໄຊ ຮອງຫົວໜ້າກົມສູ້ຮົບກົມໃຫຍ່ເສນາທິການກອງທັບ, ພັນໂທ ແສງອໍາພອນ ພູມີເງິນ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ພັນໂທ ສີແພງ ອອນປະເສີດ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ພັນໂທ ສີເຟືອງ ແກ້ວບົວພອນ ຫົວໜ້າການເມືອງໂຮງຮຽນ 307, ພັນໂທ ເຂັມທອງ ແສນພິມມະຈັກ ຫົວໜ້າພະແນກການເງິນກົມໃຫຍ່ເສນາທິການກອງທັບ, ພັນໂທ ຂັນທະນູໄຊ ຈະເລີນສຸກ ຮອງຫົວໜ້າກົມປ້ອງກັນພາຍໃນກອງທັບ ກົມໃຫຍ່ການເມືອງກອງທັບ, ພັນໂທ ຈັນທອນ ພັນທອງສອນ ຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ພັນໂທ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ພັນໂທ ວັນໄຊ ຢາຫົງທອງ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ພັນໂທ ແສງອາໄລ ວັນນະພອນ ຮອງຫົວໜ້າກົມກວດກາກະຊວງປ້ອງກັນປະເທດ, ພັນໂທ ສຸວັນນີ ດວງປະເສີດ ຫົວໜ້າການເມືອງ ກອງສິລະປະກອນກອງທັບ, ພັນໂທ ບຸນເພັງ ພົມມະຈັນ ຫົວໜ້າການເມືອງ ກອງໂທລະພາບກອງທັບ, ພັນໂທ ເຄນທອງ ພັດທະນະທຳ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ພັນໂທ ນາງ ອຳພອນ ພົມມະທາ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ໂຮງໝໍ 103 ກອງທັບ, ພັນໂທ ປານ ພິລາວົງ ຮອງອໍານວຍການ ຮັບຜິດຊອບສາຍພາຍນອກໂຮງໝໍ 103 ກອງທັບ, ພັນໂທ ຄຳໄມ ບົວໃບອ່ອນ ຮອງອຳນວຍການ ຫົວໜ້າຫ້ອງການບໍລິຫານການແພດ ໂຮງໝໍ 103 ກອງທັບ, ພັນໂທ ອັກສອນ ລິນສະຫວາດ ຫົວໜ້າການທະຫານໂຮງໝໍ 109 ກອງທັບ, ພັນໂທ ຄໍາສົດ ລາດສະພົງ ຮອງຫົວໜ້າກົມມາດຕະຖານ-ວັດແທກ-ຄຸນນະພາບ ກົມໃຫຍ່ເຕັກນິກກອງທັບ, ພັນໂທ ສີສົມພອນ ໃບສີ ຮອງຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ, ພັນໂທ ອ໋ອດ ສີບຸນເຮືອງ ຮອງຫົວໜ້າຫ້ອງການກົມໃຫຍ່ເຕັກນິກກອງທັບ, ພັນໂທ ບຸນສົງ ວົງພົມ ຫົວໜ້າພະແນກການເງິນ ກົມໃຫຍ່ເຕັກນິກກອງທັບ, ພັນໂທ ສອນທະວີ ຈັນທະທຸມມາ ຮອງຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ, ພັນໂທ ຄິດສະຫງວນ ທິບພະວົງ ຮອງຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ, ພັນໂທ ພູວອນ ເມກສະຫວັນ ຮອງຫົວໜ້າກົມ 213, ພັນໂທ ສີຈັນ ບຸດວິເສດ ຫົວໜ້າຫ້ອງການເມືອງ ກົມ 213, ພັນໂທ ແກ້ວຕາ ແກ້ວສະກຸນວຽງ ຫົວໜ້າສູນຍຸດທະສາດກົມ 213, ພັນໂທ ທົງໄຊ ພິລາລັກ ຫົວໜ້າຫ້ອງຍຸດທະສາດ ການທະຫານ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ພັນໂທ ບຸນຄຳ ສຸນັນທາ ຫົວໜ້າກົມປ້ອງກັນຊາດ ສະພາແຫ່ງຊາດ, ພັນໂທ ແສງທອງ ເພັງຄຳພັນ ຫົວໜ້າການທະຫານກອງພັນໃຫຍ່ 301, ພັນໂທ ເຂັມພອນ ມູນທະດີ ຫົວໜ້າການທະຫານ ກອງພັນໃຫຍ່ 401, ພັນໂທ ອິນປັນ ສຸກສົມຫວັງ ຫົວໜ້າການທະຫານກອງພັນໃຫຍ່ 501, ພັນໂທ ວິໄລ ແພງສົມເຮືອງ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງຜົ້ງສາລີ, ພັນໂທ ຄໍາສອນ ໄຊຍະວົງ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ພັນໂທ ເນັ່ງສີດາ ເບຼຍລືມົວ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານ ແຂວງບໍ່ແກ້ວ, ພັນໂທ ໄຊພອນ ກໍສົມພູ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ພັນໂທ ຄໍາສອນ ໂພທິວັນ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຫຼວງພະບາງ, ພັນໂທ ທອງພັນ ພັດທະວົງ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງຫົວພັນ, ພັນໂທ ພົມມີ ໄຊຍະຈິດ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຊຽງຂວາງ, ພັນໂທ ສີສະໄຫວ ຄຳພົມມາ ຮອງກອງບັນຊາການ, ຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານແຂວງໄຊສົມບູນ, ພັນໂທ ທອງໄຊ ພັນສະໄໝ ຮອງກອງບັນຊາການ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງວຽງຈັນ, ພັນໂທ ວັນນະລາດ ສີໂຄດຈັນແສງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງວຽງຈັນ, ພັນໂທ ສີວອນ ດາວມະນີຈັນ ຮອງກອງບັນຊາການ, ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ພັນໂທ ສົມພານ ເມືອງຈັນ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຄຳມ່ວນ, ພັນໂທ ພັນວິໄລ ລາດສະຍົນ ຮອງຫົວໜ້າການທະຫານ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ, ພັນໂທ ສົມບູນ ອາພິສິດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຈຳປາສັກ, ພັນໂທ ທອງແກ້ວ ຊຽງທະຍານ ຫົວໜ້າຫ້ອງການ ປກຊ-ປກສ ແຂວງເຊກອງ, ພັນໂທ ພອນໄຊ ບໍລະດົມ ຫົວໜ້າການເມືອງກອງພັນໃຫຍ່ 497, ພັນໂທ ຈັນທອນ ຄຳປັນຍາ ຫົວໜ້າການທະຫານກອງພັນໃຫຍ່ 642, ພັນໂທ ແກ້ວວຽງສັກ ແກ້ວລາ ຫົວໜ້າການທະຫານ ກອງພັນໃຫຍ່ 644, ພັນໂທ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການກວດກາອົບຮົມ ແລະ ຄຸ້ມຄອງຄຸນນະພາບມາດຖານການສຶກສາວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ພັນໂທ ຄຳໄຊ ອ່ອນມົນແສງ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ວິທະຍາຄານນາຍທະຫານບົກກົມມະດຳ, ພັນໂທ ວຽງຄຳຫຼ້າ ແພງປັນຍາ ຮອງຮັບຜິດຊອບວຽກງານເຕັກນິກ, ຫົວໜ້າຫ້ອງເຕັກນິກ ວິທະຍາຄານເຕັກນິກການທະຫານ, ພັນໂທ ລຸນທອງ ແກ້ວໂພໄຊ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບເລກ 1, ພັນໂທ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງການສຶກສາໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ພັນໂທ ພອນສະຫວັນ ສຸລິສັກ ຫົວໜ້າການເມືອງໂຮງຮຽນນາຍສິບເຫຼົ່າຮົບ, ພັນໂທ ວຽງສະຫວັນ ສຸລິວອນ ຮອງຫົວໜ້າກົມກວດກາ ສະຫະພັນນັກຮົບເກົ່າແຫ່ງຊາດລາວ.
