ເຜີຍແຜ່ຄໍາແນະນໍາການໃຊ້ຮ່າງແບບຟອມຄຳຖະແຫລງຄະດີອາຍາ ແລະ ການອອກຄໍາສັ່ງຈັບຕົວ ໃຫ້ເປັນເອກະພາບໃນທົ່ວປະເທດ

ວັນທີ 18 ຕຸລາ 2023, ກົມຕິດຕາມກວດກາການດໍາເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ໄດ້ດຳເນີນກອງປະຊຸມເພື່ອເຜີຍແຜ່ຄໍາແນະນໍາກ່ຽວກັບການນໍາໃຊ້ຮ່າງແບບຟອມຄຳຖະແຫລງຄະດີອາຍາ ແລະ ຄໍາສັ່ງກ່ຽວກັບການອອກຄໍາສັ່ງຈັບຕົວໃຫ້ພະນັກງານອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ໃນຂອບເຂດທົ່ວປະເທດ.
ກອງປະຊຸມໄດ້ຟັງການເຜີຍແຜ່ເນື້ອໃນຄໍາສັ່ງ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການອອກຄຳສັ່ງຈັບຕົວ ແລະ ຄຳແນະນໍາ ກ່ຽວກັບການນຳໃຊ້ຮ່າງແບບຟອມຄໍາຖະແຫລງຄະດີອາຍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານໃນຂອບເຂດທົ່ວປະເທດໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ, ກໍາແໜ້ນເນື້ອໃນ ຂອງເອກະສານ ແລ້ວນໍາໄປເຜີຍແຜ່ແນະນໍາໃຫ້ຖັນແຖວພະນັກງານໃນຂົງເຂດຂອງຕົນຮັບຮູ້, ເຂົ້າໃຈ ແລະ ນໍາໃຊ້ເຂົ້າໃນວຽກງານຕິດຕາມກວດກາ ການດຳເນີນຄະດີອາຍາຕາມຮ່າງແບບຟອມຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ, ພ້ອມທັງຮຽກຮ້ອງໃຫ້ຖືເປັນແຜນວຽກບູລິມະສິດສໍາຄັນຂອງຕົນ, ດ້ວຍການສຸມໃສ່ຕິດຕາມກວດກາ ການດໍາເນີນຄະດີອາຍາໃຫ້ຮອບດ້ານ, ຄົບຖ້ວນ, ພາວະວິໄສ ແລະ ຍຸຕິທໍາ, ຮັບປະກັນໃຫ້ຜູ້ກະທໍາຜິດຕ້ອງໄດ້ຮັບການຖະແຫລງ ແລະ ສັ່ງຟ້ອງຂຶ້ນໃຫ້ສານຕັດສິນລົງໂທດຕາມກົດໝາຍຢ່າງເຂັ້ມງວດ.

