ກະຊວງ ປ້ອງກັນຄວາມສະຫງົບ ປະກາດເລື່ອນຊັ້ນໃຫ້ນາຍຕຳຫລວດ 32 ທ່ານ

ການປະກາດເລື່ອນຊັ້ນໃຫ້ນາຍຕຳຫລວດຂັ້ນສູງຜູ້ທີ່ຄົບມາດຖານ-ເງື່ອນໄຂຂອງ ກະຊວງ ປ້ອງກັນຄວາມສະຫງົບ ດຳເນີນໄປໃນວັນທີ 20 ຕຸລາ 2023 ຕາມລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນ ພົນຈັດຕະວາ ຂຶ້ນເປັນຊັ້ນ ພົນຕີ, ຊັ້ນພັນເອກ ຂຶ້ນເປັນຊັ້ນ ພົນຈັດຕະວາ.ແລະ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນ ພັນໂທ ຂຶ້ນເປັນຊັ້ນ ພັນເອກ ໃຫ້ນາຍຕໍາຫລວດ ໃນນີ້, ເລື່ອນຊັ້ນ ພົນຕີ 1 ທ່ານ ຄື: ພົນຕີ ທອງສຸກ ຍ່າເອີລາວລີ ແລະ ເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ 3 ທ່ານ ຄື: ພົນຈັດຕະວາ ສາຍສະໝິງ ຮອງຫົວໜ້າກົມໃຫຍ່ສັນຕິບານ,  ພົນຈັດຕະວາ ເຄນທະວີໄຊ ເພັດທະນາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ແລະ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ຈຳປາສັກ

 

ພົນເອກ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ   ໄດ້ໃຫ້ກຽດປະດັບຊັ້ນ ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍ ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ເສີມຂະຫຍາຍທາດແທ້ມູນເຊື້ອປະຕິ ວັດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ບົນພື້ນຖານປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ເອົາໃຈໃສ່ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ມີຄຸນນະພາບ, ນາຍຕໍາຫຼວດຜູ້ໜຶ່ງຕ້ອງສາມາດເຮັດວຽກໄດ້ຫຼາຍດ້ານ ແລະ ລະບຽບວິໄນເຂັ້ມງວດ ພ້ອມກັນເຮັດສໍາເລັດໜ້າທີ່-ທີ່ການຈັດຕັ້ງມອບໝາຍໃຫ້, ເປັນເຈົ້າການໃນການແກ້ໄຂທຸກປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງໝັ້ນຄົງ, ສັງຄົມມີຄວາມສະຫງົບ.