ພາຍຸດີເປຣຊັນ ກໍາລັງເຄື່ອນທີ່ມາທິດເໜືອດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດ ວັນທີ 19 ຕຸລາ 2023 ວ່າ: ຄວາມກົດດັນສູງອາກາດເຢັນ ຍັງປົກຄຸມຢູ່ພາກເໜືອຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບ ລົມພາຍຸດີເປຣຊັນ ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ໃກ້ແຄມຝັ່ງປະເທດຫວຽດນາມ, ເຊິ່ງກໍາລັງເຄື່ອນທີ່ໄປທາງທິດເໜືອຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ. ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ສໍາລັບນະຄອນຫລວງວຽງຈັນ ອາກາດຮ້ອນ, ພ້ອມມີໝອກບາງ ປົກຫຸ້ມໃນຕອນເຊົ້າ ແລະຈະມີຝົນຕົກໃນລະດັບຄ່ອຍ ລົມພັດແຮງຢູ່ ບາງບໍລິເວນ ຫລືເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 10%. ອຸນຫະພູມ ໃນລະຫວ່າງ 24-34 ອົງສາ.