ເຈົ້າໜ້າທີ່ພາສີ ຈູດທໍາລາຍຢາສູບ ແລະ ໂລຊັ່ນທາຜິວ ທີ່ລັກລອບນ້ຳເຂົ້າບໍ່ຖືກຕ້ອງ

ວັນທີ 18 ຕຸລາ 2023 ທີ່ສະໜາມຂີ້ເຫຍື້ອ ນະຄອນຫລວງວຽງຈັນ, ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ກົມພາສີ ກະຊວງການເງິນ ໄດ້ຈັດພິທີທຳລາຍຢາສູບ ແລະ ໂລຊັນ ປະກອບມີ: ຢາສູບ ຍີ່ຫໍ PING CHANGE 87 ແກັດ, ເຄື່ອງສໍາອາງປະເພດໂລຊັນ BRIGTY BODY 20 ແກັດ, ເປັນສິນຄ້າທີ່ລັກລອບນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງໄດ້ຜ່ານການດໍາເນີນຄະດີສໍາເລັດແລ້ວ, ສ່ວນເຈົ້າຂອງໄດ້ສະລະະສິດ ຈຶ່ງຮີບໂຮມເປັນຂອງລັດ ແລ້ວນຳມາທໍາລາຍຖິ້ມດ້ວຍການຈູດ ແລະ ຝັງດິນ.

