ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດ ວັນທີ 17 ຕຸລາ 2023 ວ່າ: ຄວາມກົດດັນສູງອາກາດເຢັນ ຍັງປົກຄຸມຢູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວດ້ວຍກໍາລັງອ່ອນ, ສ່ວນພາກໃຕ້ປົກຄຸມດ້ວຍຍ່ອມຄວາມກົດດັນຕໍ່າ. ສົມທົບກັບ ກະແສລົມຕາເວັນອອກພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດເຢັນຢູ່ແຂວງ ພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.
ສໍາລັບນະຄອນຫລວງວຽງຈັນ ອາກາດຮ້ອນ, ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າ 10%. ອຸນຫະພູມໃນລະຫວ່າງ 24-34 ອົງສາ.