ກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມຫົວໜ້າຕຳຫລວດອາຊຽນ ຄັ້ງທີ 41 ໃນວັນທີ 17-19 ຕຸລາ 2023 ນີ້

ວັນທີ 14 ຕຸລາ 2023, ບັນດາອານຸກຳມະການ ຮັບຜິດຊອບກະກຽມກອງປະຊຸມຫົວໜ້າຕຳຫວດອາຊຽນຄັ້ງທີ 41 ໄດ້ຈັດຕັ້ງຝຶກຊ້ອມໃຫຍ່ ຄັ້ງສຸດທ້າຍຢູ່ຫໍປະຊຸມແຫ່ງຊາດ ເພື່ອກຽມຄວາມພ້ອມໃນການຮັບໃຊ້ກອງປະຊຸມຫົວໜ້າຕຳຫລວດອາຊຽນ ຄັ້ງທີ 41 ທີ່ຈະມາເຖິງນີ້.
ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫລວດ ກະຊວງ ປກສ ໃຫ້ສຳພາດວ່າ: ເພື່ອກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບໃນກອງປະຊຸມຫົວໜ້າຕຳຫລວດອາຊຽນ ຄັ້ງທີ 41 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນວັນທີ 17-19 ຕຸລາ 2023 ນີ້, ມາຮອດປັດຈຸບັນ, ບັນດາອານຸກຳມະການ ໄດ້ມີການກວດຄືນການກະກຽມຄວາມພ້ອມດ້ານຕ່າງໆ ໂດຍສະເພາະແມ່ນການສະແດງບັນດາລາຍການສິລະປະ ແລະ ການເປີດພິທີ, ດ້ານພິທີການ ດ້ວຍການຈັດຊ້ອມໃຫຍ່ຄັ້ງສຸດທ້າຍ ເພື່ອຮັບປະກັນໃຫ້ແກ່ການຮັບໃຊ້ກອງປະຊຸມດັ່ງກ່າວ ດຳເນີນໄປດ້ວຍຜົນສຳເລັດເປັນຢ່າງດີ, ໂດຍລວມແລ້ວ, ບັນດາອານຸກຳມະການ ແມ່ນມີຄວາມພ້ອມ 100% ເພື່ອລໍຖ້າໃນການເປີດກອງປະຊຸມຢ່າງເປັນທາງການ.
ໃນໂອກາດນີ້, ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ທັງພາກລັດ ແລະ ເອກະຊົນ ຈົ່ງໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມືອຳນວຍຄວາມສະດວກໃນການເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ກອງປະຊຸມຫົວໜ້າຕຳຫລວດອາຊຽນ ຄັ້ງທີ 41 ມີຜົນສຳເລັດຕາມລະດັບຄາດໝາຍ.

