ນະຄອນຫລວງວຽງຈັນ ຈູດທຳລາຍຢາເສບຕິດ ແລະ ຜະລິດຕະພັນຢາສູບເກືອບ 8 ໂຕນ

ໃນວັນທີ 14 ຕຸລາ 2023, ອົງການປົກຄອງນະຄອນຫລວງວຽງຈັນ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ສົມທົບກົມໃຫຍ່ຕໍາຫລວດກະຊວງປ້ອງກັນຄວາມສະຫງົບ ພິທີຈູດທຳລາຍຢາເສບຕິດ ຢູ່ ເດີ່ນດິນເປົ່າວ່າງ ເຂດບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫລວງວຽງຈັນ; ເນື່ອງໃນໂອກາດສະຫລອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 22 ປີ (12/10/2001-12/10/2023), ທັງເປັນການສະແດງອອກເຖິງປະສິດທິຜົນໃນຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ນະຄອນຫລວງວຽງຈັນ.

ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ລາຍງານວ່າ: ໄລຍະ 1 ປີຜ່ານມາ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ໄດ້ເຮັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໄດ້ທັງໝົດ 1.102 ເລື່ອງ, ກັກຜູ້ຖືກຫາໄດ້ 1.707 ຄົນ, ຍິງ 186 ຄົນ; ໃນນີ້, ແກ້ໄຂຈຸດມົ້ວສຸມຢາເສບຕິດ 100 ຈຸດ, ມີຜູ້ມົ້ວສຸມເສບ 666 ຄົນ, ຍິງ 83 ຄົນ ແລະ ໄດ້ຍຶດວັດຖຸເຄື່ອງຂອງກາງຈຳນວນຫລາຍລາຍການ. ສຳລັບຢາເສບຕິດທີ່ນຳມາຈູດທຳລາຍໃນຄັ້ງນີ້ປະກອບມີ:  ຢາບ້າ 385,27 ກິໂລກຣາມ, ຢາໄອສ໌ 43,64 ກິໂລກຣາມ, ເຮໂຣອີນ 7,44 ກິໂລກຣາມ, ຢາອີ 2,85 ກິໂລກຣາມ, ເຄຕາມິນ 0,34 ກຣາມ, ກັນຊາ 0,63 ກຣາມ, ໃບກະທ່ອມ 2,6 ກິໂລກຣາມ; ແປ້ງຝຸ່ນສີຂາວ, ສີນໍ້າຕານ, ສີແດງ 0,14 ກຣາມ; ກ້ອນສີຂາວ, ສີຟ້າຄ້າຍຄືຢາໄອສ໌ 0,31 ກຣາມ; ຝິ່ນປະສົມຮາກໄມ້,ປະສົມຢາພື້ນເມືອງ, ຍ້ອມໃສ່ເສື້ອຜ້າ, ແຜ່ນແພ 185 ກິໂລກຣາມ ລວມນໍ້າໜັກຢາເສບຕິດທັງໝົດ: 628 ກວ່າກິໂລ; ນອກຈາກນີ້, ມີຢາສູບໄຟຟ້າ 320 ອັນ ແລະ ຢາສູບທີ່ນຳເຂົ້າບໍ່ຖືກຕ້ອງ 442 ແກັດ ເທົ່າ ກັບ 7.241 ກິໂລ, ລວມນໍ້າໜັກທັງໝົດ 7.869 ກິໂລກຣາມ.